ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ​ແລະ ຣັດເຊຍ ຮ່ວມ​ມື​ຢ່າງ​ກວ້າງຂວາງ​ໃນ​ຂົງ​ເຂດຫຼາຍຝ່າຍ

     ຕາມຂ່າວສານຈີນລາຍງານເມື່ອວັນທີ 5 ມິຖຸນາ2019 ນີ້ວ່າ: ຫຼາຍອົງການຂອງຈີນ ເຊັ່ນ: ສະຖາບັນຄົ້ນຄວ້າຣັດເຊຍ, ເອີຣົບກາງ ແລະ ອາຊີກາງ ຂອງສະຖາບັນ
ວິທະຍາສາດສັງຄົມແຫ່ງຊາດຈີນໄດ້ຮ່ວມກັນອອກ “ປື້ມປົກເຫຼືອງຣັດເຊຍ: ບົດລາຍງານການພັດທະນາຂອງຣັດເຊຍປີ 2019” ໂດຍຊີ້ໃຫ້ເຫັນວ່າ: ມູນຄ່າການ ຄ້າລະ
ຫວ່າງຈີນ-ຣັດເຊຍໄດ້ຮັກສາທ່ວງທ່າການເຕີບໂຕຢ່າງ ໝັ້ນທ່ຽງ.

     ໃນປີຜ່ານມາ, ມູນຄ່າການຄ້າລະຫວ່າງ ຈີນ-ຣັດເຊຍ ໄດ້ບັນລຸເຖິງ 107,06 ຕື້ໂດລາສະຫະລັດ, ເປັນສະຖິຕິໃໝ່ໃນປະຫວັດສາດ, ຈັງຫວະການເຕີບໂຕຂອງມູນ
ຄ່າການຄ້າກໍຈັດໃຫ້ຢູ່ອັນດັບໜຶ່ງໃນບັນດາຄູ່ຄ້າລາຍໃຫຍ່ຂອງຈີນແຕ່ອັນດັບທີ 1-10. ໃນນີ້,  ຈີນສົ່ງອອກສູ່ຣັດເຊຍຕົ້ນຕໍແມ່ນຜະລິດຕະພັນກົນຈັກ ແລະ ເຄື່ອງຜະ
ລິດໄຟຟ້າ, ສ່ວນການນຳເຂົ້າຈາກຣັດເຊຍ ຕົ້ນຕໍແມ່ນພະລັງງານ ແລະ ຊັບພະຍາກອນປະເພດຕ່າງໆ.

      ທ່ານ ສິວໂພ່ຫຼົງ ຫົວໜ້າສະຖາບັນຄົ້ນຄວ້າ ຣັດເຊຍ, ເອີຣົບກາງ ແລະ ອາຊີກາງຂອງສະຖາບັນວິທະຍາສາດສັງຄົມແຫ່ງຊາດຈີນກ່າວວ່າ: ການຄ້າດ້ານການບໍລິ
ການ ແລະ ດ້ານເທັກໂນໂລຢີຈະກາຍເປັນຮູບການຕົ້ນຕໍແຫ່ງການຮ່ວມມືດ້ານການຄ້າລະຫວ່າງ ຈີນ-ຣັດເຊຍ. ນອກນີ້, ຫຼັງຈາກການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນ
ທາງ” ເຊື່ອມຕໍ່ກັບສະຫະພາບເສດຖະກິດເອີຣົບ, ອາຊີແລ້ວ,ຈີນ ແລະ ຣັດເຊຍຈະມີພື້ນທີ່ການ ຮ່ວມມືທີ່ກວ້າງຂວາງກວ່າເກົ່າໃນຂົງເຂດຫຼາຍຝ່າຍ.