ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີຣັກ ພ້ອມ​ທີ່​ຈະ​ໃຫ້ການ​ຮ່ວມ​ມື​ກັບ ​ເອີຣົບ ກ່ຽວກັບ​ຂໍ້​ຕົກລົງ​ ນິວ​ເຄຼຍ


     ສໍານັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 6 ກຸມພາ ນີ້ວ່າ: ປະທານາທິບໍດີ ອີຣານ ຢັ້ງຢືນວ່າ: ອີຣານ ພ້ອມແລ້ວທີ່ຈະໃຫ້ການຮ່ວມມືກັບສະຫະພາບ ເອີຣົບ ເພື່ອແນໃສ່
ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄລຍປີ 2015.

     ທ່ານ ຮາຊັນ ໂຮຮານີ ປະທານາທິບໍດີ ອີຣານ ໄດ້ອອກຄຳຖະແຫຼງໃນສະພາບການທີ່ທ່ານໂຈເຊັບ ຜູ້ຕາງໜ້າດ້ານການທູດຂັ້ນສູງຂອງ ​ເອີຣົບ ມີການຢ້ຽມຢາມ ອີຣານ ເພື່ອ
ປຶກສາຫາລືບັນດາມາດຕາການທີ່ແນໃສຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຕາເວັນອອກກາງ, ພາຍຫຼັງເຫດການ ອາເມຣິກາ ສັງຫານນາຍພົນຂອງກຳລັງພິທັກປະຕິວັດ ອິດສະລາມ ຂອງ
ອີຣານ ໃນເດືອນກ່ອນ.

     ນັບແຕ່ປີ 2019, ອີຣານໄດ້ເລີ່ມຕົ້ນຫຼຸດຜ່ອນບັນດາຄໍາໝັ້ນສັນຍາຕາມຂໍ້ຕົກລົງນິວເຄລຍ ປີ 2015 ເພື່ອສ້າງແຮງກົດດັນໃຫ້ບັນດາຝ່າຍທີ່ຍັງເຫຼືອ, ແນໃສ່ປ້ອງກັນພື້ນຖານ
ເສດຖະກິດໃຫ້ ພົ້ນອອກຈາກຄໍາສັ່ງລົງໂທດຂອງ ອາເມຣິກາ ແລະ ອະນຸຍາດໃຫ້ ເຕເຮຣານ ບັນລຸໄດ້ບັນດາຜົນປະໂຫຍດຕາມຂໍ້ຕົກລົງ. ກ່ອນໜ້ານັ້ນໃນປີ 2018 ອາເມຮີກາ ໄດ້
ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ ແລະ ຈັດວາງບັນດາຄໍາສັ່ງລົງໂທດທາງດ້ານເສດຖະກິດໃສ່ ອີຣານ, ເຮັດໃຫ້ຂໍ້ຕົກລົງປະຫວັດສາດນີ້ປະເຊີນໜ້າກັບຄວາມສ່ຽງໃນການທີ່ຈະ
ຖືກຍົກເລີກ.