ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທູດ ຫວຽດນາມ ມອບອຸປະກອນປ້ອງກັນພະຍາດໂຄວິດ-19 ຊ່ວຍ​ເຫຼືອ ອັງກິດ


     ຕາມຂ່າວຈາກໜັງສືພິມ ກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ: ເອກອັກຄະລາຊະທູດ ຫວຽດນາມປະຈໍາລາຊະອານາຈັກ ອັງກິດ ໄດ້ຈັດພິທີມອບອຸປະກອນປ້ອງ
ກັນພະຍາດໂຄວິດ-19 ເປັນຜ້າອັດປາກ-ດັງ ຈໍານວນ 135.000 ອັນ.

     ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນໜຶ່ງໃນແຜນການມອບຜ້າອັດປາກ-ດັງ ຈໍານວນທັງໝົດ 500.000 ອັນ ເພື່ອແຈກຢາຍໃຫ້ 30 ທ້ອງຖິ່ນ ໃນລາຊະອາ
ນາຈັກ ອັງກິດ. ທ່ານ ຈວນ ງັອກ ອານ ທູດທະຫານປະຈໍາລາຊະອານາຈັກ ອັງກິດ ກ່າວວ່າ: ທ່ານໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີງາມ ແລະ ນັບມື້ນັບແໜ້ນ
ແຟ້ນຍິ່ງໆຂຶ້ນຂອງສອງປະເທດ ຫວຽດນາມ ແລະ ຣາຊະອານາຈັກ ອັງກິດ, ປັດຈຸບັນສອງປະເທດພວມສະເຫຼີມສະຫຼອງສາຍພົວພັນຄົບຮອບ 10 ປີ ແຫ່ງການສ້າງຕັ້ງ
ສາຍພົວພັນຄູ່ຮ່ວມມືຍຸດທະສາດ ໃນປີ 2020.

     ທ່ານນາງ ເຊີຣີລ ເດນນິດ ຜູ້ ຕາງໜ້າຣາຊະອາຈັກ ອັງກິດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ອັນ
ມີຄວາມໝາຍຄວາມສໍາຄັນໃນໄລຍະເວລາທີ່ມີການລະບາດຂອງພະຍາດໂຄວິດ-19 ແລະ ໃຫ້ຄໍາໝັ້ນສັນຍາວ່າຈະນໍາເຄື່ອງດັ່ງກ່າວໄປມອບໃຫ້ປະຊາຊົນ ບ່ອນທີ່ມີ
ຄວາມຈໍາເປັນ ແລະ ຂາດເຂີນ.