ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມຣິກາ, ສ ​ເກົາຫຼີ, ຢີ່ປຸ່ນ ຊຸກຍູ້​ຄວາມ​ພະຍາຍາມ​ດ້ານ​ການ​ທູດ
​ເພື່ອ​ສ້າງ​ແຫຼມ​ເກົາຫຼີປອດ​ນິວ​ເຄຼຍ


     ຕາມຂ່າວສານຫວຽດນາມ ລາຍງານເມື່ອວັນທີ 4 ມິຖຸນາ 2019 ນີ້ວ່າ: ກອງປະຊຸມການນໍາກະຊວງປ້ອງກັນປະເທດ 3 ປະເທດ ອາເມຣິກາ, ສ ເກົາຫຼີ ແລະ ຍີ່ປຸ່ນ
ກະຕຸກຊຸກຍູ້​ໃຫ້ ສປປ ເກົາຫຼີ ມີບາດກ້າວເດີນລະອຽດ ເພື່ອແນໃສ່ປອດນິວເຄຼຍທ່າມກາງ​ສະພາບ​ການເຈລະຈາລະຫວ່າງອາເມຣິກາ ແລະ ສປປ ເກົາຫຼີ ຍັງຫາທາງອອກ
ບໍ່ໄດ້.

     ໃນຖະແຫຼງການຮ່ວມ​ໄດ້​ຍົກ​ໃຫ້​ເຫັນ​ໃນກອງປະຊຸມເຈລະຈາ ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ອາເມຣິກາ, ສ ເກົາຫຼີ ແລະ ຍີ່ປຸ່ນ​ເຊິ່ງ​ໄດ້ຈັດຂຶ້ນ​ໃນ
ກອງປະຊຸມ Shangri- La 2019 ຢູ່ສິງກະໂປ ເມື່ອວັນທີ 2 ມິຖຸນາຜ່ານມານີ້, ເຊິ່ງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດໃຫ້ຄໍາໝັ້ນສັນຍາວ່າ ຈະ​ກະ​ຕຸກ​ຊຸກຍູ້
ບັນດາຄວາມພະຍາຍາມທາງການທູດ ຊຸກຍູ້ວິວັດທະນາການສ້າງແຫຼມເກົາຫຼີ ປອດນິວເຄລຍ ແລະ ມີສັນຕິພາບແບບຍາວນານ. ພ້ອມນັ້ນຖະແຫຼງການດັ່ງກ່າວຍັງຢັ້ງຢືນ
ວ່າ: ອາເມຣິກາ, ສ ເກົາຫຼີ ແລະ ຍີ່ປຸ່ນ ລ້ວນແຕ່ຮັບຮູ້ເປົ້າໝາຍລວມຂອງປະຊາຄົມສາກົນຢ່າງຈະແຈ້ງ, ນັ້ນແມ່ນຮັບປະກັນວ່າ ສປປ ເກົາຫຼີ ຈະປະຕິບັດບັນດາພັນທະສາ
ກົນຕາມບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ ຢ່າງຄົບຖ້ວນ.

     ນອກຈາກນີ້ ລັດຖະມົນຕີກະຊວງປ້ອງກັນປະເທດ 3 ທ່ານ ໄດ້ໃຫ້ຄໍາໝັ້ນສັນຍາວ່າ​ຈະເພີ່ມທະວີການຮ່ວມມືຄວາມໝັ້ນຄົງລະຫວ່າງ 3 ຝ່າຍ ຜ່ານການແບ່ງປັນຂໍ້
ມູນຂ່າວສານ, ປຶກສານະໂຍບາຍຂັ້ນສູງ ແລະ ຊ້ອມຮົບຮ່ວມກັນ.