ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກວດ​ພົບ​ພະຍາດ​ຕັບ​ອັກ​ເສບ​ໃນ​ເດັກນ້ອຍ ​ໂດຍ​ບໍ່​ຮູ້​ສາ​ເຫດ​​ທີ່​ມາ​ໃນ​ອາ​ເມ​ລິ​ກາ


     ສໍານັກຂ່າວຊິນຮ່ວາ ໃຫ້ຮູ້ວ່າ: ອີງຕາມຂໍ້ມູນຂອງສູນຄວບຄຸມ ແລະ ປ້ອງກັນພະຍາດຂອງ ອາເມຣິກາລາຍງານວ່າ, ໄດ້ເກີດມີພະຍາດຕັບອັກເສບ
ໃນເດັກນ້ອຍ ໂດຍທີ່ບໍ່ຮູ້ສາເຫດຈຳນວນໜຶ່ງ, ເຊິ່ງມີການຄາດວ່າອາດຈະແມ່ນເປັນຍ້ອນໄວຣັດຕ່ອມ.

     ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງອາເມຣິກາໄດ້ເປີດເຜີຍບົດລາຍງານໃນອາທິດທີ່ຜ່ານມານີ້, ໂດຍສະແດງໃຫ້ເຫັນວ່າ, ນັບແຕ່ເດືອນ ຕຸລາ
ປີ 2021 ຫາເດືອນ ກຸມພາ ປີ 2022, ລັດອາລາບາມາ ຂອງ ອາເມຣິກາ ໄດ້ລາຍງານວ່າ: ກວດພົບກໍລະນີຜູ້ເປັນພະຍາດຕັບອັກເສບທີ່ຮ້າຍແຮງສຳລັບ
ເດັກນ້ອຍໂດຍທີ່ບໍ່ຮູ້ສາເຫດທັງໝົດ 9 ກໍລະນີ ເຊິ່ງບໍ່ເຄີຍຕິດເຊື້ອພະຍາດ ໂຄວິດ-19 ມາກ່ອນ, ໃນຕົວຢ່າງເລືອດຂອງຜູ້ເປັນພະຍາດທັງໝົດລ້ວນແຕ່
ໄດ້ກວດພົບໄວຣັດຕ່ອມ, ພະຍາດຕັບອັກເສບນີ້ຄາດວ່າອາດຈະແມ່ນເປັນຍ້ອນ ໄວຣັດຕ່ອມຢ່າງແນ່ນອນ.

     ບົດລາຍງານແຈ້ງໃຫ້ຮູ້ວ່າ: ເດັກນ້ອຍຜູ້ເປັນພະຍາດ 9 ຄົນ ດັ່ງກ່າວລ້ວນແຕ່ເຄີຍໄປປົວພະຍາດຢູ່ໂຮງໝໍແມ່ ແລະ ເດັກໃນ ລັດອາລາບາມາ ແລະ
ມາຈາກຂົງເຂດທີ່ຢູ່ອາໄສຕ່າງກັນຂອງລັດດັ່ງກ່າວ ພ້ອມທັງບໍ່ມີການພົວພັນດ້ານພະຍາດແຜ່ລະບາດລະຫວ່າງເຂົາເຈົ້າ. ສູນຄວບຄຸມ ແລະ ປ້ອງກັນພະ
ຍາດຂອງ ອາເມຣິກາ ລາຍງານວ່າ: ຜົນການສຳຫຼວດດັ່ງກ່າວແມ່ນໄດ້ມາຢູ່ບົນພື້ນຖານຂໍ້ມູນຈາກເດັກນ້ອຍຜູ້ເປັນພະຍາດເຫຼົ່ານີ້ຢູ່ລັດອາລາບາມາ, ສຳ
ລັບເດັກນ້ອຍຜູ້ເປັນພະຍາດຕັບອັກເສບໂດຍບໍ່ຮູ້ສາເຫດອື່ນໆ, ອົງການດັ່ງກ່າວກໍາລັງຢູ່ໃນຂັ້ນຕອນກວດຫາເຊື້ອ, ສືບຕໍ່ຕິດຕາມຄວບຄຸມ ແລະ ສໍາ
ຫຼວດສາເຫດຢູ່.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 06/05/2022