ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ຫງວຽນ ຊວັນ​ຟຸກ ​ໄດ້​ຮັບ​ການ​ຄັດ​ເລືອກ​ໃຫ້​ດຳລົງ​ຕຳ​ແໜ່ງ​ເປັນ​ປະທານ​ປະ​ເທດ


ທ່ານ ຫງວຽນ ຊວັນ ຟຸກ

     ສຳນັກຂ່າວ ຫວຽດນາມ ນີວຊ໌ ລາຍງານ ໃນວັນທີ 5 ເມສາ ນີ້ວ່າ: ພາຍຫຼັງ ທ່ານ ຫງວຽນ ຟູ ຈ້ອງ ສິ້ນສຸດດຳລົງຕຳແໜ່ງ ປະທານປະເທດແຫ່ງ
ສສ ຫວຽດນາມ ຢ່າງເປັນທາງການຕາມມະຕິສະພາແຫ່ງຊາດ ໄດ້ ຮັບຮອງແລ້ວໃນວັນທີ 2 ເມສາ ທີ່ຜ່ານມາ ແຕ່ຈະດຳລົງຕຳແໜ່ງສູງສຸດ ຂອງພັກກອມ
ມູນິດຫວຽດນາມ ນັ້ນກໍຄືຕຳແໜ່ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະນັ້ນໃນຕອນເຊົ້າຂອງ ວັນທີ 5 ເມສາ ນີ້
ຢູ່ທີ່ສະພາແຫ່ງຊາດ ຫວຽດນາມ ໄດ້ມີການປ່ອນບັດຄັດເລືອກເອົາປະທານປະເທດຄົນໃໝ່ຜົນປະກົດວ່າ: ບັນດາສະມາຊິກຜູ້ແທນສະພາຈຳນວນ 468
ຄົນ ຫຼື 97,5 % ເຫັນດີເລືອກເອົາ ທ່ານ ຫງວຽນ ຊັວນ ຟຸກ ເປັນປະທານປະເທດຄົນໃໝ່ແທນ ສະຫາຍ ຫງວຽນ ຝູຈ້ອງ ເຊິ່ງຈະມີອາຍຸການ 5 ປີ ນັບ
ແຕ່ປີ 2021-2026.

     ທ່ານ ຫງວຽນຊວັນຟຸກ ເກີດວັນທີ 20/07/1954 ຢູ່ຕາແສງ ກຸ໊ຍຝູ, ເມືອງ ກຸ໊ຍ ເຊີນ, ແຂວງ ກວາງນາມ. ທ່ານ ຫງວຽນ ຊວັນ ຟຸກ ເປັນກຳມະ
ການກົມການເມືອງ ຊຸດທີ XI, XII, XIII, ກຳມະການສູນກາງພັກ: ຊຸດທີ X, XI, XII, XIII, ສະມາຊິກ ສະພາແຫ່ງຊາດຊຸດທີ XI, XIII, XIV.