ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕວກກີ ມີ​ແຜນ​ຈະ​ສົ່ງ​ກຳລັງ​ທະຫານ​ໄປ ລີ​ບີ


     ສຳນັກຂ່າວ ຊິນຮວ່າ ລາຍງານໃຫ້ຮູ້ວ່າ: ອີງຕາມການລາຍງານຂອງສື່ມວນຊົນ ຕວກກີ ໃນວັນທີ 1 ມັງກອນ ນີ້ວ່າ: ລັດຖະສະພາຕວກກີ ຈະຈັດກອງປະຊຸມດ່ວນ
ເພື່ອຮັບຮອງເອົາມະຕິກ່ຽວກັບການສົ່ງກຳລັງທະຫານຂອງ ຕວກກີ ໄປ ລີບີ.

     ອີງຕາມຮ່າງກົດໝາຍທີ່ກຳນົດເວລາການນຳໃຊ້ກໍາລັງຂອງກອງທັບ ຕວກກີ ໃນ ລີບີ ເປັນເວລາໜຶ່ງປີ, ລັດຖະບານ ຕວກກີ ຈະກຳນົດການນຳໃຊ້ທະຫານໂດຍມີ
ຂອບເຂດຈໍາກັດ, ຮ່າງກົດໝາຍດັ່ງກ່າວລະບຸວ່າ: ການຂະຫຍາຍກໍາລັງຂອງກຸ່ມກໍ່ການຮ້າຍໃນ ລີບີ ເປັນໄພຂົ່ມຂູ່ຕໍ່ຜົນປະໂຫຍດຂອງ ຕວກກີ, ການສົ່ງທະຫານໄປ ລີບີ
ຈະຊ່ວຍປ້ອງກັນບໍ່ໃຫ້ຄົນເຂົ້າເມືອງຜິດກົດໝາຍ ແລະ ກົດດັນສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ກຸ່ມກໍ່ການຮ້າຍ ແລະ ກຸ່ມປະກອບອາວຸດ.

     ທ່ານ ເອີໂດກັນ ປະທານາທິບໍດີ ຕວກກີ ກ່າວໃນຫວ່າງມໍ່ໆນີ້ວ່າ: ໂດຍການຮ້ອງຂໍຂອງລັດຖະບານສາມັກຄີແຫ່ງຊາດ ລີບີ, ລັດຖະບານ ຕວກກີ ຈະສົ່ງທະຫານໄປ ລີ
ບີ ຫຼັງຈາກໄດ້ຮັບອະນຸຍາດຈາກລັດຖະສະພາ ຕວກກີ. ກະຊວງປ້ອງກັນປະເທດຕວກກີລະບຸວ່າ, ກອງທັບ ຕວກກີ ກຽມພ້ອມທີ່ຈະປະຕິບັດໜ້າທີ່ຢູ່ ລີບີ.

     ຫວ່າງບໍ່ດົນມານີ້, ຕວກກີ ໄດ້ສົ່ງກໍາລັງພິເສດ ແລະ ທີ່ປຶກສາດ້ານການທະຫານ. ພ້ອມຍຸດ ໂທປະກອນໄປເມືອງ ທຣີໂປລີ ເພື່ອຕ້ານການປິດລ້ອມຂອງກອງກໍາລັງປະ
ກອບອາວຸດ ພາກຕາເວັນອອກ.