ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ສືບຕໍ່ພ້ອມ​ກັບ​ອາຊຽນຍູ້​ແຮງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ
ການ​ຮ່ວມ​ມື​ຮອບດ້ານ​ກັບ
ສ ​ເກົາຫຼີ


     ວິທະຍຸກະຈາຍສຽງ ຫວຽດນາມ (VOV ) ລາຍງານໃນວັນທີ 2 ທັນວາ 2019 ນີ້ວ່າ: ເມື່ອສຳພາດກ່ຽວກັບໝາກຜົນການເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະ
ຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືອາຊຽນ-ສ ເກົາຫຼີ ແລະ ເຂົ້າຮ່ວມກອງປະຊຸດສຸດຍອດ ແມ່ນ້ຳຂອງສ ເກົາຫລີ ແລະ ຢ້ຽມຢາມ ສ ເກົາຫຼີ ຢ່າງເປັນທາງ
ການຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ທ່ານ ຫງວຽນ ກວັກ ຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າດ້ວຍ
ບົດບາດປະທານອາຊຽນ ໃນປີ 2020, ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມຢ່າງເປັນເຈົ້າການ, ປະກອບສ່ວນຕັ້ງໜ້າໃຫ້ກອງປະຊຸມ
ທ່ານນາຍົກ ລັດຖະມົນຕີໄດ້ເນັ້ນເຖິງການຊຸກຍູ້ ແລະ ຍົກສູງລະດັບຄວາມສຳຄັນອາຊຽນ-ສ ເກົາຫຼີ ໃນ 30 ປີຕໍ່ໜ້າ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ຫວຽດນາມ
ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນພ້ອມກັບບັນດາປະເທດອາຊຽນຍູ້ແຮງການພົວພັນຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານກັບ ສ ເກົາຫຼີ. ເພື່ອໃຫ້ສົມກັບ
ຄວາມສາມາດບົ່ມຊ້ອນ ແລະ ຄວາມປາດຖະໜາຂອງທັງສອງຝ່າຍທີ່ກອງປະຊຸມບັນດາປະເທດອາຊຽນ ແລະ ສ ເກົາຫຼີ, ລ້ວນແຕ່ສະແດງຄວາມເຊື່ອໝັ້ນ ແລະ ຢືນຢັນ
ຈະຕັ້ງໜ້າສະໜັບສະໜູນຫວຽດນາມຮັບກຽດປະທານອາຊຽນໃນ ປີ 2020 ສຳເລັດຜົນ.