ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ-ມົງ​ໂກ​ລີ ສືບຕໍ່ລົງ​ນາມ​ສັນຍາ​ຮ່ວມ​ມືຫຼາຍດ້ານ


     ສຳນັກຂ່າວ ຊິນຮວ່າ ລາຍງານໃນວັນທີ 4 ກັນຍາ 2019 ນີ້ວ່າ: ໃນວັນທີ 2 ກັນຍາ ທີ່ຜ່ານມາ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີຂອງ ສ ຣັດເຊຍ ໄດ້ເດີນ
ທາງມາຢ້ຽມຢາມ ແລະເຮັດວຽກຢູ່ທີ່ປະເທດ ມົງໂກລີ ຢ່າງເປັນທາງການ, ເຊິ່ງໄດ້ເຂົ້າພົບປະເຈລະຈາສອງຝ່າຍຮ່ວມກັບທ່ານ ຄໍມາດສບັດ ທູຄາ ປະທານາທິບໍດີ ມົງໂກລີ.

     ພາຍຫຼັງສຳເລັດພິທີພົບປະເຈລະຈາຜູ້ນໍາທັງສອງທ່ານຕາງໜ້າໃຫ້ລັດຖະບານສອງປະເທດ ລົງນາມເຊັນສັນຍາໃນບົດບັນທຶກວ່າດ້ວຍການຮ່ວມມືໃນຫຼາຍດ້ານໂດຍ
ສະເພາະແມ່ນການ ຄ້າ, ເສດຖະກິດ ແລະ ວຽກງານ ດ້ານປ້ອງກັນຊາດ.

     ຜູ້ນຳຣັດເຊຍໄດ້ກ່າວວ່າ: ມົງໂກລີ ເປັນອີກໜຶ່ງປະເທດທີ່ມີ ສາຍພົວພັນອັນດີງາມກັບ ຣັດເຊຍ ມາຕະຫຼອດ ເຊິ່ງມີການແລກປ່ຽນບົດຮຽນໃນຫຼາຍໆດ້ານທັງນີ້ກໍສະ
ແດງໃຫ້ເຫັນວ່າ ຄວາມສາມັກຄີຂອງສອງປະເທດແມ່ນພວມເບັ່ງບານ ແລະ ມີຄວາມເລິກເຊິ່ງຍິ່ງຂຶ້ນ. ສ່ວນການລົງນາມໃນຄັ້ງນີ້ ກໍເພື່ອເປັນການຢືນຢັນເຖິງບາດກ້າວ
ອັນໃໝ່ທີ່ສອງ ປະເທດຈະຕ້ອງຮ່ວມມືກັນໃນການພັດທະນາ.

     ສ່ວນຜູ້ນຳຂອງ ມົງໂກລີ ກ່າວວ່າ: ໃນນາມລັດຖະບານ ແລະ ສ່ວນຕົວຮູ້ສຶກພາກພູມໃຈທີ່ໄດ້ລົງນາມສັນຍາສະບັບນີ້ ເພາະ ຣັດເຊຍ ເປັນປະເທດມະຫາອຳນາດຂອງ
ໂລກ, ມີຄວາມເຫຼື່ອມລ້ຳທັນສະໄໝດ້ານຕ່າງໆ ເປັນຕົ້ນແມ່ນການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ດ້ານອາວຸດ, ສະນັ້ນການທີ່ຜູ້ນຳ ຣັດເຊຍ ເດີນທາງມາຢ້ຽມ
ຢາມຄັ້ງນີ້ແມ່ນສະແດງໃຫ້ເຫັນຢ່າງຊັດເຈນໃນ ການຮັກສາມູນເຊື້ອສາຍພົວພັນລະຫວ່າງສອງຊາດ.