ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະມາຊິກ​ກຸ່ມ ອີ​ແອັດຊ໌ ( IS ) 18 ຄົນ​ຖືກ​ສັງຫານ​ຢູ່ ອີ​ຮັກ

     ຕາມການລາຍງານຂອງສໍານັກຂ່າວ ຊິນຮວ່າ ໃນວັນທີ 4 ກໍລະກົດ 2019 ວ່າ: ມີສະມາຊິກ ກຸ່ມຫົວຮຸນແຮງ ອີ​ແອັດຊ໌ ( IS ) ທັງໝົດ 18 ຄົນ ຖືກສັງຫານຈາກ
ການໂຈມຕີກວາດລ້າງຂອງເຈົ້າໜ້າທີ່ ອີຣັກ ແລະ ການໂຈມຕີທາງອາກາດທີ່ໄດ້ຮັບການສະໜັບສະໜູນ ຈາກກອງກໍາລັງປະສົມ ນໍາໂດຍ ສະຫະລັດໃນວັນພຸດທີ່ຜ່ານມາ.

     ຕາມການເປີດເຜີຍຂອງແຫຼ່ງ ຂ່າວວ່າ: ຈຸດທີໜຶ່ງແມ່ນເຈົ້າໜ້າທີ່ອີຣັກ ໄດ້ເປີດສາກໂຈມຕີຢູ່ທີ່ ແຂວງ ອານບາ ທາງທິດຕາເວັນອອກຂອງປະເທດອີຣັກເຊິ່ງເປັນເຂດ
ແດນຕິດກັບຊີຣີສາມາດສັງຫານກຸ່ມກະບົດໄດ້ 4 ຄົນ ແລະ ທໍາລາຍພາຫະນະອາວຸດເສິກຈໍານວນໜຶ່ງ. ນອກນັ້ນຢູ່ ໃນແຂວງດຽວກັນຍັງໄດ້ໂຈມຕີທາງອາກາດໃສ່ຄ້າຍ
ຂອງກຸ່ມຫົວຮຸນແຮງຢູ່ທະເລຊາຍແຫ່ງໜຶ່ງໃກ້ກັບຊາຍແດນຂອງ ຊີຣີ ເຮັດໃຫ້ກຸ່ມກະບົດເສຍຊີວິດ 4 ຄົນເຊັ່ນກັນ.

     ທັງນີ້ພວກກຸ່ມ ອີ​ແອັດຊ໌ ( IS ) ຍັງຄົງເຄື່ອນໄຫວຢູ່ຕາມເຂດທະເລຊາຍຂອງແຂວງອານບາ ທີ່ມີເຂດແດນຕິດກັບປະເທດ ຊີຣີ, ຊອກດານີ, ຊາ​ອຸ​ດິ ອາຣາບີດ້ວຍການ
ລັກພາໂຕພົນລະເຮືອນ ຫຼື ຂ້າພວກເຂົາ.

     ສ່ວນຢູ່ທາງທິດເໜືອຂອງ ແຂວງ ນາຍວີ, ກອງກໍາລັງອີຣັກ ໄດ້ສືບຕໍ່ປະຕິບັດການກວາດ ລ້າງກຸ່ມ ອີ​ແອັດຊ໌ ( IS ) ທີ່ອາໄສຢູ່ຕາມເຂດເຊເກຣັດທາງທິດຕາເວັນຕົກ
ຂອງແຂວງ ໂມຊູນ ສາມາດ ກວາດລ້າງກຸ່ມກະບົດໄດ້ 2 ຄົນ ແລະ ທໍາລາຍພາຫະນະໄດ້ຈໍານວນຫຼາຍ, ນອກນັ້ນຍັງໄດ້ທໍາລາຍອຸໂມງທີ່ກຸ່ມກະບົດໃຊ້ເປັນທີ່ ກໍາບັງເຮັດ
ໃຫ້ສະມາຊິກ ອີ​ແອັດຊ໌ ( IS ) ເສຍຊີວິດ 5 ຄົນ.

     ທາງດ້ານກອງກໍາລັງປະສົມ ນໍາໂດຍສະຫະລັດກໍໄດ້ບຸກໂຈມຕີດ່ຽວທາງອາກາດໃສ່ຂະບວນລົດຂອງກຸ່ມ ອີ​ແອັດຊ໌ ( IS )ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ໃນເຂດທະເລ
ຊາຍທີ່ໃກ້ກັບຊາຍແດນຊີຣີ.

     ສະຖານະການຄວາມໝັ້ນຄົງ ຂອງອີຣັກແມ່ນດີຂຶ້ນຢ່າງເຫັນໄດ້ຊັດເຈນ ພາຍຫຼັງທີ່ກອງກໍາລັງອີຣັກສາມາດເອົາຊະນະກຸ່ມຕໍ່ຕ້ານລັດຖະບານໄດ້ໃນທ້າຍປີ 2017.