ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕາ​ລີ​ບັນ ຍັງ​ຄົງ​ກໍ່ຄວາມ​ບໍ່ສະຫງົບ​ໃນ ອາ​ກາ​ນິດ​ສະຖານ​ຢ່າງ​ຕໍ່​ເນື່ອງ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 4 ມິຖຸນາ 2019 ນີ້ວ່າ: ອົງການ ສປຊ ໄດ້ອອກມາຊີ້ແຈງວ່າ ໃນໄລຍະ 6 ເດືອນຕົ້ນປີ 2019 ນີ້, ກຸ່ມ ຕາລີບັນ ໄດ້
ເປີດສາກປະທະກັບເຈົ້າ ໜ້າທີ່ຝ່າຍລັດຖະບານຢ່າງຕໍ່ເນື່ອງ ເຖິງແມ່ນວ່າທັງສອງຈະມີການເຈລະຈາຢຸດຍິງບາງຄັ້ງຄາວກໍຕາມ, ແຕ່ຄວາມຂັດແຍ້ງກໍຍັງຮຸນແຮງ ແລະ
ຂ້າຊີວິດພົນລະເຮືອນໄປແລ້ວ 1.692 ຄົນ ແລະ ບາດເຈັບຫຼາຍພັນຄົນ.

     ອົງການສັງເກດການດ້ານມະນຸດສະທຳໃນອາການິດສະຖານ (UNAMA ) ກ່າວວ່າ: ຕົວເລກຂອງຜູ້ເສຍຊີວິດໃນໄລຍະ 6 ເດືອນຕົ້ນປີ 2019 ນີ້ ຫຼຸດລົງປະມານ
3% ຖ້າທຽບໃສ່ໄລຍະດຽວກັນຂອງປີ 2018 ທີ່ຜ່ານມາ. ສ່ວນອົງການ ສປຊ ກໍໄດ້ລະບຸວ່າ: ໃນຈໍານວນຜູ້ເສຍຊີວິດນັ້ນທັງໝົດແມ່ນເປັນພົນລະເຮືອນ ແລະ ສ່ວນ
ໃຫຍ່ແມ່ນແມ່ຍິງ ແລະ ເດັກນ້ອຍ, ເຊິ່ງເພີ່ມ ຂຶ້ນຈາກປີ 2018 ເຖິງ 15% ນັບ ສະເພາະຕົວເລກການເສຍຊີວິດຂອງເດັກນ້ອຍ.

     ສຳລັບຄວາມຂັດແຍ້ງໃນປະເທດ ອາການິດສະຖານ ແມ່ນຍັງຢູ່ໃນພາວະສົງຄາມການເມືອງ ຍັງຄົງມີການກໍ່ຄວາມບໍ່ສະຫງົບດ້ວຍຫຼາຍຮູບແບບໃນພື້ນທີ່ຕ່າງໆໃນ
ຂອບເຂດທົ່ວປະເທດ. ການເສຍຊີວິດຂອງພົນເຮືອນນັ້ນ ແມ່ນມາຈາກການກະທຳຂອງກຸ່ມຫົວຮຸນແຮງຕາລີບັນປະມານ 40%, ຈາກການໂຈມຕີຂອງກຸ່ມ ອີ​ແອັດຊ໌ ( IS )
ປະມານ 18% ສ່ວນທີ່ເຫຼືອຄາດວ່າເປັນການກະທຳຂອງກຸ່ມອື່ນໆ ແລະ ຝ່າຍລັດຖະບານພ້ອມດ້ວຍພັນທະມິດ.

     ຄວາມຂັດແຍ້ງໃນອາການິດສະຖານເກີດຂຶ້ນແຕ່ປີ 2014 ເປັນຕົ້ນມາ ແລະ ເພີ່ມຄວາມຮຸນແຮງຂຶ້ນເລື້ອຍໆ, ມັນໄດ້ຂ້າຊີວິດຜູ້ຄົນຈຳນວນຫຼາຍ ເມື່ອເປັນແນວນັ້ນ
ທາງກອງກຳລັງປະສົມນາໂຕ ຈຶ່ງໄດ້ເຂົ້າມາມີບົດບາດໃນປະເທດນີ້ໂດຍມີຈຸດປະສົງທີ່ຈະກຳຈັດກຸ່ມຫົວຮຸນແຮງດັ່ງກ່າວໃຫ້ໝົດໄປ, ແຕ່ເວລາຜ່ານໄປກອງກຳລັງນາໂຕ
ກໍຍັງບໍ່ສາມາດເຮັດໄດ້ຕາມເປົ້າໝາຍ.