ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບັນດາປະ​ເທດ​ສະມາຊິກ ອີ​ຢູ ວາງ​ແຜນການ​ຂວໍ້າ​ບາດ ຣັດ​ເຊຍ ຄັ້ງ​ໃໝ່


     ສໍານັກຂ່າວຊິນຮວາໃຫ້ຮູ້ວ່າ: ວັນທີ 3 ພຶດສະພາ ນີ້, ລັດຖະມົນຕີ ພະລັງງານຂອງປະເທດສະມາຊິກສະຫະພາບ ເອີຣົບ ໄດ້ຈັດກອງປະຊຸມຢູ່ນະຄອນ
ຫຼວງ ບຣຸກແຊນ ປະເທດ ແບນຊິກ ເພື່ອປຶກສາຫາລືກ່ຽວກັບມາດຕະການຂວໍ້າບາດ ຣັດເຊຍ ຮອບໃໝ່, ລວມທັງການຫ້າມນຳເຂົ້ານໍ້າມັນຈາກ ຣັດເຊຍ.

     ຂ່າວໄດ້ລະບຸວ່າ: ເຖິງວ່າບາງເຈົ້າໜ້າທີ່ປະຈໍາ ອີຢູ ມີຄວາມຕັ້ງໃຈຊຸກຍູ້ ເພື່ອເຮັດສຳເລັດການຂວໍ້າບາດຮອບໃໝ່ໃນໄວໆນີ້, ແຕ່ບັນດາປະເທດ ສະ
ມາຊິດ ອີຢູ ຍັງບໍ່ທັນໄດ້ບັນລຸຄວາມເຫັນດີເຫັນ ພ້ອມກ່ຽວກັບການຫ້າມນໍາເຂົ້ານ້ຳມັນຈາກຣັດເຊຍເທື່ອ. ຄະນະກຳມະການ ເອີຣົບ ອາດຈະປະກາດຂໍ້ສະ
ເໜີຂວໍ້າບາດ ຣັດເຊຍ ຮອບທີ 6 ໃນທ້າຍອາທິດນີ້, ເຊິ່ງມາດຕະການຂວໍ້າບາດຮອບໃໝ່ນີ້ລວມມີ: ຫ້າມນໍາເຂົ້ານໍ້າມັນຈາກ ຣັດເຊຍ ແຕ່ຂໍ້ຫ້າມນໍາເຂົ້າ
ນໍ້າມັນຍັງເປັນພຽງຂໍ້ສະເໜີອາດຈະປະຕິບັດໄດ້ກໍຕໍ່ເມື່ອພວກເຂົາຕ້ອງມີພະລັງງານຈາກແຫຼ່ງອື່ນມາທົດແທນ, ເຊິ່ງເຈົ້າໜ້າທີ່ ອີຢູ ຫຼາຍຄົນຄາດວ່າໄລຍະ
ເວລາ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 05/05/2022