ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສິງກະ​ໂປ-ຈີນ ຮ່ວມ​ກັນ​ຮັບມືກັບ​ສິ່ງ​ທ້າ​ທາຍ​ຈາກ​ການ​ລະບາດ​ຂອງ​ພະຍາດ​ເປັນ​ເວ​ລາ​ຍາວ​ນານ


     ສຳນັກຂ່າວ ຊິນຮວາ ລາຍງານ ໃນ ວັນທີ 1 ເມສາ ນີ້ວ່າ: ທ່ານ ຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້
ພົບປະເຈລະຈາກັບ ທ່ານ ວິວຽນບາຣາຄຣິດຊ໌ນານ ລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ ຢູ່ນະຄອນ ໜານປິງ ແຂວງ ຟູຈຽນ ຂອງ ຈີນ ທ່ານ
ຫວາງຢີ້ ກ່າວວ່າ: ສອງຝ່າຍຕ້ອງຮັກສາການໄປມາຫາສູ່ກັນ ແລະ ການຕິດຕໍ່ພົວພັນກັນຂັ້ນສູງເພີ່ມທະວີການແລກປ່ຽນ ລະຫວ່າງພັກ ແລະ ການແລກ
ປ່ຽນທາງດ້ານບົດຮຽນດ້ານການບໍລິຫານປະເທດ ແລະ ການຄຸ້ມຄອງການເມືອງຮ່ວມກັນຮັບມືກັບສິ່ງທ້າທາຍ ຈາກການແຜ່ລະບາດຂອງສະພາບພະຍາດ
ເປັນເວລາຍາວນານຕ້ອງອອກແຮງຮ່ວມກັນຄັດຄ້ານການປະຕິບັດຕາມ “ລັດທິຊົນຊາດດ້ານວັກ ຊີນ” ປ້ອງກັນບໍ່ໃຫ້ເກີດ “ສະພາບທີ່ການສະໜອງວັກຊີນ
ຜິດໂຕນ ກັນຫຼາຍ”, ຕ້ອງຊຸກຍູ້ການສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງຮ່ວມກັນ ແລະ ເຈາະຈົງສ້າງເວທີຮ່ວມມືໃໝ່ ໃນຂົງເຂດຢາຊີວະ
ສາດປັນຍາປະດິດ ຫຼື AI, ການທະນາຄານດີ ຈີຕອນ.

     ທ່ານ ວີິວຽນ ບາຣາຄຣິດຊ໌ນານ ໄດ້ສະແດງຄວາມຊົມເຊີຍຕໍ່ການສ້າງຕັ້ງ ພັກກອມມູນິດຈີນຄົບຮອບ100 ປີ ແລະ ໄດ້ຕີລາຄາສູງຕໍ່ຈີນທີ່ໄດ້ຮັບ
ຜົນສຳເລັດຢ່າງຍິ່ງໃຫຍ່ໃນປະຫວັດສາດຄວາມກ້າວໜ້າຂອງມວນມະນຸດ, ສະແດງຄວາມຊົມເຊີຍຕໍ່ ຈີນ ທີ່ໄດ້ຮັບໄຊຊະນະຮອບດ້ານໃນການລຶບລ້າງ
ຄວາມທຸກຍາກ. ສິງກະໂປຍິນດີປຶກສາຫາລືກັບຈີນ ກ່ຽວກັບການຍົກລະດັບຂອງສັນຍາການຄ້າເສລີລະຫວ່າງອາຊຽນ-ຈີນ, ຍົກສູງ ລະດັບການຮ່ວມມື
ລະຫວ່າງອາຊຽນ ຈີນ.