ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄວາມ​ຂັດ​ແຍ່ງ​ໃນ​ປະ​ເທດ​ ມາລີ ​ນັບ​ມື້ຮຸ່ນ​ແຮງ​ຂື້ນ​ເລື້ອຍໆ


     ສຳນັກຂ່າວອານຈາຊິຣາ ລາຍງານເມື່ອວັນທີ່ 4 ເມສາ 2019 ຜ່ານມານີ້ ​ເຊິ່ງສຳນັກງານພາ ລະກິດສ້າງສັນຕິພາບຂອງສະຫະປະຊາຊາດປະຈຳມາລີລາຍງານວ່າ: ເກີດ
ເຫດກຸ່ມຕິດອາວຸດ ບຸກໂຈມຕີຫມູ່ບ້ານຂອງຊາວພື້ນເມືອງຟູລານີ ເຊິ່ງເປັນກຸ່ມມຸສະລິມໃນເຂດແບນກາດທາງພາກກາງຂອງປະເທດ ເຊິ່ງມີຊາຍແດນຕິດກັບບູກິນາຟາໂຊ
ເມື່ອຕອນເຊົ້າຂອງວັນພຸດສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍ 34 ຄົນເຊິ່ງສ່ວນໃຫຍ່ເປັນເດັກນ້ອຍ ແລະ ຜູ້ຍິງ, ຂະນະດຽວກັນກຸ່ມຜູ້ບຸກລຸກຍັງເຜົາທຳລາຍບ້ານເຮືອນ
ໃນຫມູ່ບ້ານຈົນເກືອບຫມົດກ້ຽງ.

     ພາຍຫຼັງເກີດເຫດຍັງບໍ່ມີໃຜອອກມາສະແດງຄວາມຮັບຜິດຊອບ ແຕ່ຜູ້ລອດຊີວິດບາງສ່ວນເຊື່ອວ່າເປັນສີມືຂອງກຸ່ມຊາວເຜົ່າໂດກອນ. ທ່ານ ອັນໂຕນິໂອ ກູເຕເຣດ ເລ
ຂາທິການໃຫຍ່ ສປຊ ໄດ້ກ່າວປະນາມເຫດການດັ່ງກ່າວຢ່າງຫນັກ ແລະ ຮຽກຮ້ອງລັດຖະບານມາລີຮ່ວມກັບໄມນັສມາເລັ່ງສືບສວນ.

     ທັງນີ້ ມາລີ ເຄີຍໄດ້ຊື່ວ່າເປັນຫນຶ່ງໃນແຫຼ່ງອາດຊະຍາກຳສຳຄັນ ແລະ ເກົ່າແກ່ທາງຕາ ເວັນຕົກຂອງທະວີບອາຟຣິກາ ຕ້ອງຜະເຊີນກັບການຂາດສະຖຽນລະພາບທາງ
ການເມືອງ ແລະ ຄວາມຫມັ້ນຄົງຢ່າງຫນັກເມື່ອກາຍເປັນຫນຶ່ງໃນຖານທີ່ໜັ້ນຂອງກຸ່ມຕິດອາວຸດ ແລະ ຄວາມຂັດແຍ່ງທາງການເມືອງພາຍໃນປະເທດທີ່ຍືດເຍື້ອມາຕັ້ງ
ແຕ່ປີ 2012. ໃນປີ 2013 ຝຣັ່ງເຊິ່ງເປັນອະດີດເຈົ້າອານານິຄົມຂອງມາລີ ໄດ້ເຂົ້າໄປຕັ້ງຖານທັບເຊິ່ງຖືເປັນຖານທັບໃນຕ່າງ ປະເທດຂະຫນາດໃຫ່ຍທີ່ສຸດຂອງ ຝຣັ່ງ ແລະ
ສາມາດປາບປາມກຸ່ມຫົວຮຸນແຮງໄປໄດ້ຫລາຍ, ແຕ່ເຫດຮຸນແຮງຍັງຄົງເກີດຂຶ້ນເປັນໄລຍະລວມດ້ວຍຄວາມຂັດແຍ່ງລະຫວ່າງກຸ່ມຊາດພັນຕ່າງສາສະຫນາ.