ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ສຳ​ເລັດ​ການ​ກໍ່ສ້າງ​ໂຮງໝໍທີ່​ໃຊ້​ປິ່ນປົວ​ຜູ້​ຕິດ​ເຊື້ອ​ປອດ​ອັກ​ເສບ​ສາຍ​ພັນ​​ໃໝ່


     ສຳນັກຂ່າວ ຊິນຮວ່າ ລາຍງານໃຫ້ຮູ້ວ່າ: ໃນວັນທີ 2 ກຸມພາ ຜ່ານມານີ້, ຈີນ ໄດ້ເປີດນໍາໃຊ້ໂຮງໝໍ ອູຫັ້ນ ຫຼັງໃໝ່ທີ່ໄດ້ເລີ່ມກໍ່ສ້າງມາເປັນເວລາ 10 ວັນ. ໃນວັນດຽວ
ກັນ ທ່ານ ປາຍ ຈົງປິນ ເຈົ້າເມືອງໆ ອູຫັ້ນ ແລະ ຮອງຜູ້ບັນຊາການກຳລັງສະໜັບສະໜູນດ້ານການຂົນສົ່ງ, ດ້ານວັດສະດຸການແພດຂອງກະຊວງສາທາລະນະສຸກແຫ່ງຊາດ
ຈີນ ໄດ້ລົງນາມໃນເອກະສານແລກປ່ຽນຂໍ້ມູນຢູ່ໂຮງໝໍເຂດພິເສດເພື່ອປິ່ນປົວໄວຣັດປອດອັກເສບ ອູຫັ້ນ, ເຊິ່ງເປັນໂຮງໝໍພິເສດທີ່ສ້າງຂຶ້ນເພື່ອ ປິ່ນປົວຜູ້ຕິດເຊື້ອໄວຣັດສາຍ
ພັນໃໝ່ ໂດຍສະເພາະໃຫ້ແກ່ກອງທັບຄຸ້ມຄອງ, ໂດຍແມ່ນທີມແພດ ຫະຫານ ມົນທົນຫູເປີຍ ເປັນຜູ້ບໍລິຫານ.

     ລັດຖະບານຈີນ ແລະ ກອງກໍາລັງສະໜັບສະໜູນສະຫະປະຊາຊາດໃນການຊ່ວຍເຫຼືອຜູ້ຕິດເຊື້ອໂລກລະບາດຄັ້ງນີ້, ໄດ້ຈັດຕັ້ງເປັນ 7 ພາກສ່ວນຄື: ເຈົ້າໜ້າທີ່ລັດຖະ
ບານ, ຜູ້ຊ່ຽວຊານແພດສຸກເສີນພາກສະໜາມ, ກໍາລັງທະຫານ, ແພດປະຈໍາໂຮງໝໍ, ວິສະວະກຳ ແລະ ການກໍ່ສ້າງ, ພະລາທິການ ແລະ ການຂົນສົ່ງ.

     ວັນທີ 2 ກຸມພາ ນັກສຶກສາ ແລະ ຄູ-ອາຈານ ຈາກມະຫາວິທະຍາໄລການແພດກອງທັບບົກ, ມະຫາວິທະຍາໄລການແພດກອງທັບເຮືອ ແລະ ມະຫາວິທະຍາໄລການ
ແພດທະຫານກອງທັບອາກາດຂອງຈີນ, ຈໍານວນ 450 ສະຫາຍ ໄດ້ລວມຕົວຢ່າງເປັນເອກະພາບ ແລະ ເລີ່ມເຮັດວຽກຢູ່ໃນໂຮງໝໍຫຼັງໃໝ່ດັ່ງກ່າວ.

     ທ່ານ ຈາງຊືປິນ ຜູ້ອຳນວຍການໂຮງໝໍອູຫັ້ນ ຫວັງຢ່າງຍິ່ງ ວ່າພະນັກງານແພດກອງທັບຈະ ສຸມໃສ່ວຽກງານວິຊາການ, ເຕັກນິກ ແລະ ປະສົບການຂອງຕົນ ເຂົ້າໃນ
ການປິ່ນປົວ ແລະ ຕ້ານພະຍາດອັກເສບປອດສາຍພັນໃໝ່ ໃຫ້ໄດ້ຮັບໄຊຊະນະຢ່າງແນ່ນອນ.