ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານ ຣັດ​ເຊຍ 13.000 ຄົນ ​ເຂົ້າ​ຮ່ວມ​ການ​ຊ້ອມຮົບ​ຕໍ່ຕ້ານ​ລັດທິ​ກໍ່ການ​ຮ້າຍ


     ສຳນັກຂ່າວ ຊິນຮວ່າ ລາຍງານໃຫ້ຮູ້ວ່າ: ໜ່ວຍງານຂໍ້ມູນ-ຂ່າວສານທະຫານພາກຕາເວັນອອກ ຣັດເຊຍ ໄດ້ອອກຂ່າວໃນວັນທີ 28 ຕຸລາວ່າ: ມີທະຫານປະມານ
13.000 ຄົນ ຈາກ 8 ເຂດ ທະຫານພາກຕາເວັນອອກຂອງ ຣັດເຊຍ ໄດ້ເຂົ້າຮ່ວມການຊ້ອມຮົບທີ່ສົມບູນແບບຂອງໜ່ວຍຕໍ່ຕ້ານລັດທິກໍ່ການຮ້າຍ ແລະ ໄດ້ບຸກໂຈມ
ຕີເປົ້າໝາຍການທະຫານຈຳລອງ.

     ອີງຕາມຂ່າວທີ່ທະຫານ ຣັດເຊຍ ເຜີຍແຜ່ໃຫ້ຮູ້ວ່າ: ຢູ່ໃນ 8 ເຂດຂອງເຂດຕາເວັນອອກໄກ, ການກວດກາທີ່ສົມບູນຂອງການຕ້ານການກໍ່ການຮ້າຍຂອງເຂດທະຫານ
ພາກຕາເວັນອອກໄດ້ເລີ່ມຕົ້ນ, ທະຫານປະມານ 13.000 ຄົນໄດ້ເຂົ້າຮ່ວມ ແລະ ນຳໃຊ້ອາວຸດປະມານ 1.500 ເຄື່ອງ, ອຸປະກອນເຕັກນິກການທະຫານ ແລະ ອຸປະກອນ
ພິເສດ.

     ຂ່າວໄດ້ຊີ້ໃຫ້ເຫັນວ່າ: ການຕ້ານການກໍ່ການຮ້າຍໄດ້ໂຈມຕີສະຖານທີ່ເກັບມ້ຽນລະເບີດ ແລະ ປໍ້ານໍ້າມັນເຊື້ອໄຟ, ປ້ອມບັນຊາ ແລະ ບ່ອນຈອດລົດ. ພ້ອມທັງອຸປະ
ກອນເຕັກນິກຈຳນວນໜຶ່ງ ເຊິ່ງກຳລັງທະຫານດັ່ງກ່າວຈະຖືກສົ່ງໄປເຂດອື່ນ ເພື່ອດຳເນີນການປະຕິບັດງານໃນເຂດທີ່ບໍ່ຄຸ້ນເຄີຍ.