ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ ສປ ກົງ​ໂກ ສືບ​ຕໍ່ກວາດ​ລ້າງ​ກຸ່ມ​ກໍ່ການ​ຮ້າຍ​ພາຍ​ໃນ​ປະ​ເທດ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 3 ມິຖຸນາ 2019 ນີ້ ວ່າ: ໂຄສົກປະຈຳກອງທັບ ສປ ກົງໂກ ໄດ້ເປີດເຜີຍໃນວັນອາທິດທີ່ ຜ່ານມາ: ກອງທັບສາມາດສັງ
ຫານກຸ່ມກໍ່ການຮ້າຍອີ​ແອັດຊ໌ ( IS ) ແລະ ສະມາຊິກທີ່ເປັນເຄືອຂ່າຍໄດ້ 26 ຄົນ, ຈາກກໍລະນີທີ່ກອງທັບໄດ້ໂຈມ ຕີໃສ່ບາງພື້ນທີ່ໆໃກ້ກັບເມືອງ ບີນີ ແລະ ຍັງພື້ນທີ່ໆພະ
ຍາດ ອີໂບລາ ແຜ່ລາມ.

     ການໂຈມຕີໃນຄັ້ງນີ້ ມີຂຶ້ນຕັ້ງແຕ່ວັນສຸກ ແລະ ຕໍ່ເນື່ອງມາຮອດຕອນເຊົ້າວັນເສົາ, ເຊິ່ງບໍລິເວນດັ່ງກ່າວນັ້ນມີພູມລຳເນົາທີ່ຊັບຊ້ອນກັນດານຈຶ່ງເປັນອຸປະສັກສຳລັບ
ກອງກຳລັງຝ່າຍລັດຖະບານ, ແຕ່ກົງກັນຂ້າມພັດເປັນເງື່ອນໄຂທີ່ດີໃຫ້ແກ່ກຸ່ມກໍ່ການຮ້າຍໃນການເອົາຕົວລອດ.

     ກອງທັບ ສປ ກົງໂກ ໄດ້ເປີດເຜີຍອີກວ່າ: ການໂຈມຕີໃນຄັ້ງນີ້ ຖືວ່າເປັນການເປີດທາງໃຫ້ແກ່ໜ່ວຍງານດ້ານສາທາລະນະສຸກໄດ້ເຂົ້າໄປເບິ່ງແຍງໃຫ້ການຊ່ວຍເຫຼືອ
ແກ່ຜູ້ທີ່ຕິດເຊື້ອພະຍາດ ອີໂບລາ ໄດ້ເຕັມທີ່, ເພາະກ່ອນໜ້ານີ້ເຂດດັ່ງກ່າວມັກຈະມີການກໍ່ການຮ້າຍເປັນປະຈຳດັ່ງນັ້ນໜ່ວຍງານດ້ານສາທາລະນະສຸກຈຶ່ງບໍ່ສາມາດເຂົ້າ
ເຖິງໄດ້.

     ສປ ກົງໂກ ເປັນປະເທດທີ່ທຸກຍາກ ແລະ ເຂົ້າສູ່ພາວະສົງຄາມການເມືອງນັບແຕ່ປີ 2013 ເປັນຕົ້ນມາ. ຕະຫຼອດໄລຍະ 6 ປີ ທີ່ຜ່ານມາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຈຳ
ນວນຫຼາຍຄົນ ແລະ ໄດ້ຮັບຜົນກະທົບຈຳນວນຫຼາຍລ້ານຄົນ.