ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ຢືນຢັນ​ຈະ​ບໍ່​ເລັ່ງລັດ​ຢຸດຕິ​ພາລະກິດ​ຢູ່ ອູແກຣນ ກ່ອນ​ວັນ​ທີ 9 ພຶດສະພາ​ນີ້


ທ່ານ ເຊີເກ ລາຣັອຟ ລັດຖະມົນຕີ ກະຊວງການຕ່າງປະເທດ ຣັດເຊຍ

     ສຳນັກຂ່າວສານຊິນຮ່ວາ ໃຫ້ຮູ້ວ່າ: ວັນທີ 9 ພຶດສະພາ ແມ່ນວັນໄຊຊະນະສົງຄາມແຫ່ງ ປະຫວັດສາດອັນຍິ່ງໃຫຍ່ຂອງ ຣັດເຊຍ ແລະ ປະຊາຄົມໂລກ
ມີຄວາມກັງວົນວ່າ ຣັດເຊຍ ອາດຈະເລັ່ງມືໃນການປະຕິບັດທາງການທະຫານ ພິເສດ ໃນ ອູແກຣນ ເພື່ອໃຫ້ສາມາດຄວບຄຸມຕົວເມືອງທີ່ສໍາຄັນ ຂອງ ອູ
ແກຣນ ໃຫ້ສໍາເລັດກ່ອນວັນປະຫວັດສາດດັ່ງກ່າວ. ທ່ານ ເຊີເກ ລາຣັອຟ ລັດຖະມົນຕີ ກະຊວງການຕ່າງປະເທດ ຣັດເຊຍກ່າວວ່າ: ຣັດເຊຍ ຈະບໍ່ເລັ່ງລັດ
ຢຸດຕິສົງຄາມຢູ່ ອູແກຣນ ກ່ອນໄຊຊະນະຂອງສົງຄາມຮັກຊາດທີ່ຍິ່ງໃຫຍ່ນັ້ນເໝືອນດັ່ງນັກວິເຄາະຫຼາຍຄົນຄາດຄະເນ.

     ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນ, ທ່ານ ເຊີເກ ລາຣັອຟ ໃຫ້ຮູ້ວ່າ: ຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ຈະສິ້ນສຸດລົງກ່ອນ ວັນທີ 9
ພຶດສະພາ ນີ້ແມ່ນເປັນໄປບໍ່ໄດ້ ແລະ ຣັດເຊຍ ຈະບໍ່ຢຸດຕິການເຄື່ອນໄຫວທາງການທະຫານພິເສດ ຢູ່ ອູແກຣນ ກ່ອນວັນເວລາໃດໜຶ່ງ, ນັບທັງ ວັນທີ 9
ພຶດສະພາ. ຄວາມຄືບໜ້າຂອງການເຄື່ອນໄຫວທາງການທະຫານພິເສດ ຢູ່ ອູແກຣນ ຈະສິ້ນສຸດລົງໄວ ຫຼື ຊ້ານັ້ນແມ່ນຂຶ້ນກັບ “ຄວາມສ່ຽງຕໍ່ພົນລະເຮືອນ
ຂອງ ອູແກຣນ ແລະ ພະນັກງານ ຣັດເຊຍ ຕ້ອງໄດ້ຮັບຜົນກະທົບ ໃຫ້ໜ້ອຍທີ່ສຸດ”.

     ຕາມສື່ມວນຊົນ ຣັດເຊຍ ລາຍງານວ່າ: ໃນທີ ວັນທີ 9 ພຶດ ສະພານີ້, ວັນໄຊຊະນະຂອງສົງຄາມຮັກຊາດທີ່ຍິ່ງໃຫຍ່ຢູ່ ຣັດເຊຍ ໃກ້ຈະມາເຖິງນີ້, ກໍາ
ລັງທະຫານແນວຫຼັງຂອງ ຣັດເຊຍ ຍັງຈະຈັດຂະບວນສວນສະໜາມ ເພື່ອສະເຫຼີມສະຫຼອງ ແລະ ລະນຶກວັນ ຄົບຮອບ 77 ປີ ແຫ່ງໄຊຊະນະສົງຄາມຮັກຊາດ
ຄັ້ງໃຫຍ່ອີກດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 04/05/2022