ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ປະກາດ​ໄຊຊະນະ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ການລະບາດ covid-19 ​ໃນ​ເບື້ອງ​ຕົ້ນ


     ທ້າຍເດືອນແລ້ວນີ້ ທ່ານຮອງ ນາຍົກລັດຖະມົນຕີ ວູ ດຶກ ດາມ ໄດ້ປະກາດວ່າ: ຫວຽດນາມ ໄດ້ຮັບໄຊຊະນະເບື້ອງຕົ້ນໃນການປ້ອງກັນ ແລະ ຕ້ານການລະບາດຂອງ
ພະຍາດ Covid-19 ແລະ ໄດ້ປະກາດສັ່ງເຕືອນໄພໄລຍະໃໝ່ຂອງການປ້ອງກັນ ແລະ ຕ້ານການລະບາດຂອງ​ພະຍາດ Covid-19.

     ​ໃນກອງປະຊຸມທາງ​ໄກ ກ່ຽວກັບການຕ້ານໂລກລະບາດ Covid-19. (ພາບ: thanhtra.com.vn) ທ່ານ​ຮອງ​ນາຍົກລັດຖະມົນຕີ ວູ ດຶກ ດາມ ​ໄດ້ກ່າວຄຳເຫັນທີ່
ກອງປະຊຸມທາງ​ໄກກ່ຽວກັບການຕ້ານໂລກລະບາດ Covid-19, ທ່ານ ວູ ດຶກ ດາມ ໄດ້ຢືນຢັນ​ວ່າ: ຜ່ານ​ການ​ຕີ​ລາຄາ ຫວຽດນາມ ສາມາດຄວບຄຸມການລະບາດຂອງ
​ພະຍາດ Co­vid-19 ໄດ້ດີ.

     ທ້າຍເດືອນ ກຸມພາ 2020, ຢູ່ໂຮງໝໍ ກວາງຮ່າ, ເມືອງ ບິ່ງຊວຽນ, ແຂວງ ວິ້ງຟູ໊ກ, ກໍລະນີ ຕິດ​ເຊື້ອ Covid-19 ຜູ້ທີ່ 16 ໄດ້ອອກໂຮງໝໍແລ້ວ. ນີ້ແມ່ນຄົນເຈັບຜູ້ສຸດ
ທ້າຍຂອງແຂວງ ວິ້ງຟູ໊ກ ແລະ ຢູ່ ຫວຽດນາມ ປັດຈຸບັນມີຜູ້ຕິດ​ເຊື້ອ Covid-19 ຢູ່ທີ່ ຫວຽດນາມ ລວມທັງໝົດ 16 ຄົນ. ​ໂດຍໄດ້ຮັບການປິ່ນປົວຫາຍດີ​ເປັນ​ທີ​ຮຽບ
ຮ້ອຍ. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນ ແທັງ ລອງ ກ່າວວ່າໃນໄລຍະຜ່ານມາພວກເຮົາໄດ້ບັນລຸຜົນສຳເລັດ ແຕ່ກໍກ້າວເຂົ້າສູ່ໄລຍະ
ໃໝ່ທີ່ມີສິ່ງທ້າທ້າຍ ແລະ ຫຍຸ້ງຍາກກວ່າ. ເມື່ອພະຍາດ​ໄດ້ແຜ່ລະບາດຢູ່ ຈີນ, ຫວຽດນາມ ໄດ້ສະກັດກັ້ນພະຍາດ​ດັ່ງກ່າວຢ່າງມີປະສິດທິຜົນ. ແຕ່ໃນປະຈຸບັນ ໂລກລະ
ບາດພວມຜັນແປສັບສົນ ຢູ່ ສ ເກົາຫຼີ ຮຽກຮ້ອງໃຫ້ຕ້ອງສະ ກັດກັ້ນການໄປມາ, ແຍກບັນດາຜູ້ຕິດເຊື້ອຈາກເຂດເກີດໂລກລະບາດຢູ່ ສ ເກົາຫຼີ ມາ ຫວຽດນາມ ເປັນເວລາ
14 ວັນ”.

     ຢູ່ແຂວງ ບັ໊ກກ້ານ, ມີພົນລະເມືອງ 145 ຄົນຢູ່ເຂດແຍກຕົວ ເພື່ອຕິດຕາມອາການຕິດ​ເຊື້ອ​ພະຍາດ Co­vid-19, ພາຍຫຼັງຖືກແຍກຕົວເປັນເວລາ 14 ວັນ ອາການ
ສຸຂະພາບຂອງບັນດາພົນລະເມືອງດັ່ງກ່າວລ້ວນແຕ່ໄດ້ຮັບການຮັບປະກັນ.

     ກໍລະນີຕິດ Covid-19 ລວມທັງໝົດ 16 ຄົນຢູ່ ຫວຽດນາມ ໄດ້ອອກໂຮງໝໍແລ້ວໃນວັນທີ 26 ກຸມພາ. (ພາບ: TTXVN) ຢູ່ເຂດແຈ້ງເຂົ້າເມືອງຢູ່ສະໜາມບິນສາ
ກົນ ກາມແຣງ, ແຂວງ ແຄ໊ງຮ່ວາ, ກຳລັງເຈົ້າໜ້າທີ່ສາທາລະນະສຸກໄດ້ດຳເນີນການແຍກຕົວ 5 ຄົນ ເຊິ່ງແມ່ນນັກສຶກສາຫວຽດນາມ ທີ່ ກັບມາຈາກນະຄອນ Daegu,
ປະເທດ ສ ເກົາຫຼີ ແລະ ຂະແໜງ ສາທາລະນະສຸກແຂວງ ກວ໋າງບິ່ງ ກໍ່ໄດ້ປະຕິບັດການຕິດຕາມ ແລະ ແຍກຕົວນັກສຶກສາຍິງຄົນໜຶ່ງທີ່ຫາກໍກັບມາຈາກ ສ ເກົາຫຼີ.

     ຢູ່ ດ່ານັ້ງ, ຕອນຄ່ຳວັນທີ 25 ກຸມພາ ຜ່ານມາ, ເຮືອບິນໝາຍເລກ VJ 878 ໄດ້ຂົນສົ່ງຜູ້ໂດຍສານ 20 ຄົນທີ່ມາຈາກນະຄອນ Daegu, ສ ເກົາຫີຼ ອອກຈາກ ສະ
ໜາມບິນ ດ່ານັ້ງ ກັບຄືນເມືອປະເທດ. ນີ້ແມ່ນບັນດາຜູ້ໂດຍສານທີ່ມາ ຫວຽດນາມ ດ້ວຍສາຍການບິນໃນວັນທີ 24 ກຸມພາ, ມີຄວາມຕ້ອງການຢາກກັບເມືອ ສ ເກົາຫຼີ
ພາຍຫຼັງທີ່ນະຄອນ ດ່ານັ້ງ ຮຽກຮ້ອງ​ໃຫ້​ມີ​ການແຍກຕົວອອກເພື່ອປ້ອງກັນ ຕ້ານໂລກລະບາດ Covid-19.

     ຕໍ່ໜ້າສະພາບການສັບສົນຂອງໂລກລະບາດ Covid-19 ຢູ່ຫຼາຍປະເທດ ແລະ ເຂດແຄວ້ນ, ສະຖານກົງສູນ, ກະຊວງການຕ່າງປະເທດໄດ້ແຈ້ງ ແລະ ກ່າວເຕືອນພົນ
ລະເມືອງ ຫວຽດນາມ ຫຼຸດຜ່ອນການໄປມາລະຫວ່າງປະເທດ, ບໍ່ຄວນໄປບັນດາເຂດທີ່ພວມເກີດໂລກລະບາດ, ຫຼີກລ້ຽງການໄປມາຖ້າບໍ່ມີຄວາມຈຳເປັນ.