ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄວາມ​ກ້າຫານ​ຂອງ​ພັກຄອມມູນິດ ຫວຽດນາມ​ໃນ​ການ​ນຳພາ​ປະ​ເທດ​ຊາດ​ ກ້າວ​ສູ່​ສັງຄົມ​ນິຍົມ


     ທຸກໆຄັ້ງທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດ ຫວຽດນາມ ໄຂຂຶ້ນແມ່ນເຫດການທີ່ຍິ່ງໃຫຍ່ຂອງຊາດ, ເປັນຂີດໝາຍບາດ
ກ້າວພັດທະນາໃໝ່ຂອງການປະຕິວັດຊາດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພັກ. ດັ່ງທີ່ ປະທານ ໂຮ່ ຈີ ມິນ ເຄີຍຢັ້ງ
ຢືນວ່າ:“ ກອງປະຊຸມໃຫຍ່ຂອງພັກ ແມ່ນຕິດພັນກັບອານາຄົດການປະຕິວັດຂອງພັກ ແລະ ປະຊາຊົນພວກເຮົາ.

     ກອງປະຊຸມໃຫຍ່ເຮັດໃຫ້ພັກມີຄວາມສາມັກຄີໜັກແໜ້ນ, ມີ ຄວາມຄິດເຫັນທີ່ເປັນເອກະພາບເປັນບັນດາຂີດໝາຍໃໝ່ທີ່ຢັ້ງຢືນໄຊຊະນະຄວາມ
ກ້າຫານຂອງພັກ ໃນການນໍາພາປະເທດຊາດ ກ້າວສູ່ສັງຄົມນິຍົມ ຢ່າງເດັດດ່ຽວ. 91 ປີ, ພາຍໃຕ້ການນຳພາຂອງ ພັກຄອມມູນິດ ຫວຽດນາມ, ປະເທດ
ຊາດ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ, ເພື່ອໃຫ້ປະເທດຊາດໄດ້ຮັບເອກະລາດ, ເສລີພາບ, ເອກະພາບ, ຄວາມຜາສຸກ.

     ໃນປະຫວັດສາດນັບພັນປີຂອງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ບໍ່ມີຍຸກໃດໄດ້ສ້າງໄຊຊະນະອັນລໍ້າຄ່າ, ເປີດກວ້າງອານາຄົດທີ່ສົດໃສ
ຄືກັບຍຸກ ໂຮ່ ຈິ ມິນ. ບັນດາໄຊຊະນະອັນຍິ່ງໃຫຍ່ນີ້ ແມ່ນຕິດພັນກັບການນຳພາຂອງພັກ, ຄອມມູນິດ ອິນດູຈີນທີ່ມີ ປະທານ ໂຮ່ຈີມິນ ຊີ້ນໍາ-ນໍາພາສະ
ມາຊິກພັກຈາກຮຸ່ນນີ້ສູ່ຮຸ່ນໃໝ່ໃຫ້ມີຄວາມເຂັ້ມແຂງໜັກແໜ້ນນໍາພາປະເທດຊາດ ໄປຕາມທິດຂອງພັກ.

     ໃນປະຫວັດສາດ, ພັກຄອມມູນິດ ຫວຽດນາມ ໄດ້ນຳພາທົ່ວປະເທດ ຫວຽດນາມ ຍາດໄດ້ໄຊຊະນະການປະຕິວັດ ເດືອນສິງຫາ ປີ 1945. ຈາກນັ້ນ,
ພັກໄດ້ນໍາພາປະຊາຊົນຕໍ່ສູ້ ຝຣັ່ງ ທີ່ ດຽນ ບຽນ ຟູ ເປັນໄຊຊະນະດັງສັ່ນສະເທືອນໂລກໃນການປາບພວກລ່າເມືອງຂຶ້ນໂຕໃຫ່ຍປະລາໄຊລົງ ຢ່າງເຈັບແສບ.

     ແຕ່ປີ 1954- 1975, ປະເທດໄດ້ແບ່ງອອກເປັນສອງພາກພື້ນ, ພັກໄດ້ນຳພາການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຄື: ສ້າງສາສັງຄົມນິຍົມຢູ່
ພາກເໜືອແລ້ວ, ສືບຕໍ່ນຳພາປວງຊົນທັງຊາດຕໍ່ສູ້ປົດປ່ອຍພາກໃຕ້ເພື່ອທ້ອນໂຮມປະເທດຊາດເປັນອັນໜື່ງອັນດຽວ. ຜ່ານຄວາມຫຍຸ້ງຍາກລຳບາກ ແລະ
ການເສຍສະຫຼະຊີວິດເລືອດເນື້ອ, ພັກ ແລະ ປະຊາຊົນ ຫວຽດນາມ ໄດ້ຮັບໄຊຊະນະຢ່າງສົມບູນໃນລະດູໃບໄມ້ປົ່ງໃນປີ 1975.

     ພາຍຫຼັງສົງຄາມຕໍ່ຕ້ານ ອາເມຣິກາ, ປະເທດ ຫວຽດນາມ ຍັງສືບຕໍ່ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃໝ່ຫຼາຍຢ່າງ. ພັກໄດ້ມີຄວາມກ້າ
ຫານເດັດດ່ຽວນໍາພາປະຊາຊົນຮັບມືກັບສົງຄາມ ໃນຮູບການໃໝ່ເພື່ອປ້ອງກັນຊາດ, ສ້າງສາປະເທດຊາດຜ່ານຜ່າວິກິດການເສດຖະກິດ ໂດຍມີທິດກໍານົດ
ແຕ່ລະຍຸກແຕ່ລະສະໄໝແທດເໝາະກັບຕົວຈິງ ຂອງສະພາບແວດລ້ອມຢ່າງມີຫຼັກການບົນພື້ນຖານວິທະຍາສາດ, ພັກຈິຶ່ງໄດ້ກໍານົດການປ່ຽນແປງໃໝ່ໃນ
ການຫັນສູ່ການຜະລິດຂຶ້ນເປັນອຸດສາຫະກໍາທັນສະໄໝ ເພື່ອສ້າງເສດຖະກິດ. 35 ປີ ແຫ່ງການປ່ຽນແປງໃໝ່ແຫ່ງການພັດທະນາປະເທດ “ຊາດກ້າວຂຶ້ນ
ສັງຄົມນິຍົມ, ຫວຽດນາມ ກາຍເປັນປະເທດທີ່ກໍາລັງໄດ້ຮັບການພັດທະນາທີ່ມີຊື່ສຽງ, ພື້ນຖານເສດຖະກິດຂະຫຍາຍຕົວໄວ ແລະ ທັງຮັບປະກັນໃຫ້ແກ່
ການພັດທະນາສູ່ກົນໄກເປີດກວ້າງສູ່ສາກົນ, ເສດຖະກິດ ຫວຽດນາມ ກໍາລັງຂະຫຍາຍຕົວສູງໃນປັດຈຸບັນ”.

     ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫງວຽນ ຟູຈ້ອງ ໄດ້ຢັ້ງຢືນອີກເທື່ອໜຶ່ງວ່າ: ພັກຄອມມູນິດຫວຽດນາມ ຍິ່ງໃຫຍ່ ແລະ ມີຄວາມກ້າຫານ
ຕໍ່ສິ່ງທ້າທາຍຕ່າງໆ ຢ່າງບໍ່ຫວັ່ນໄຫວ, ເດັດດ່ຽວນໍາພາປະເທດຊາດກ້າວຂຶ້ນຕາມທິດຂອງ ພັກ.

     ການສະເຫຼີມສະຫຼອງ ວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ ຄົບຮອບ 91 ປີນີ້, ພໍດີກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ
ໂດຍມີຜູ້ແທນສົມບູນທົ່ວປະເທດ ເຂົ້າຮ່ວມ 1.587 ສະຫາຍ, ທີ່ໄດ້ດໍາ ເນີນເປັນເວລາ 8 ວັນ, ວັນທີ 31 ມັງກອນ 2021, ໄດ້ປ່ອນບັດເລືອກຕັ້ງຄະ
ນະບໍລິຫານງານສູນກາງພັກ ຊຸດທີ XIII ລວມມີ 200 ສະຫາຍ. ໃນນັ້ນ, ກໍາມະການສົມບູນສູນກາງພັກ 180 ສະຫາຍ ແລະ ກໍາມະການສໍາຮອງສູນກາງ
ພັກ 20 ສະຫາຍ. ໃນວັນດຽວກັນ, ກອງປະຊຸມຄັ້ງປະຖົມມະລຶກ ເພື່ອເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາທິການ, ຄະນະກວດກາ
ສູນກາງພັກ ຫົວໜ້າ ຄະນະກວດກາສູນກາງພັກ. ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ປະທານປະເທດ ໄດ້ຮັບ​ເລືອກຕັ້ງໃຫ້ເປັນເລຂາທິການ
ໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ອີກວາລະໜຶ່ງ.

     ໃນນາມຄະນະບໍລິຫານງານ ສູນກາງພັກ ຊຸດທີ XIII ແລະ ໃນນາມສ່ວນຕົວ, ສະຫາຍ ຫງວຽນ ຟູ ຈ້ອງ ກ່າວວ່າ: “ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນ
ຍາຕໍ່ໜ້າກອງປະຊຸມໃຫຍ່, ທົ່ວພັກ ແລະ ທົ່ວປວງຊົນວ່າ: ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ຈະພ້ອມກັບທົ່ວພັກ, ທົ່ວປວງຊົນ, ສືບຕໍ່ເສີມຂະ
ຫຍາຍມູນເຊື້ອ ອັນສະຫງ່າລາສີ ແລະ ບົດຮຽນອັນລໍ້າຄ່າຂອງພັກ, ເພີ່ມທະວີຄວາມສາມັກຄີເປັນເອກະສັນ, ເປັນເອກະພາບ ໃນແນວຄິດ ແລະ ການກະ
ທຳ, ສືບຕໍ່ປ່ຽນໃໝ່ຈິນຕະນາການ, ນຳໃຊ້ແນວຄິດ ໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ, ຍຶດໝັ້ນຈຸດໝາຍເອກະລາດ ແລະ ລັດທິສັງຄົມ. ປ່ຽນໃໝ່ວິທີ
ການ, ວິທີເຮັດວຽກຂອງບັນດາອົງການຊີ້ນຳ-ນຳພາ ຂອງພັກແຕ່ຂັ້ນສູນກາງລົງຮອດຂັ້ນຮາກຖານ, ຕາມທິດວິທະຍາສາດ, ໝູ່ຄະນະ, ປະຊາທິປະໄຕ, ໃກ້
ຊິດກັບປະຊາຊົນ, ເຄົາລົບປະຊາຊົນ, ເພື່ອປະຊາຊົນ, ເວົ້າໄປຄຽງຄູ່ກັບການກະທຳ”.