ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄວາມ​ຄັດ​ແຍ້​ງ​ຢູ່ໃນ​ປະ​ເທດ​ ລີ​ບີ ຍັງ​ຄົງ​ສືບຕໍ່ຮຸນ​ແຮງ​ຂຶ້ນ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃຫ້ຮູ້ວ່າ: ການຍິງຕໍ່ສູ້ກັນລະຫວ່າງກອງກຳລັງຂອງຝ່າຍລັດຖະບານທີ່ໄດ້ຮັບການສະໜັບສະໜູນຈາກສະຫະປະຊາຊາດ (ສປຊ)
ຢູ່ໃນ ລີບີ ກັບ ກອງທັບຢູ່ທາງພາກຕາເວັນອອກຂອງ ລີບີ ທີ່ເກີດຂຶ້ນຢູ່ໃນເມືອງ ອາບູກເຣນ ຫ່າງຈາກນະຄອນ ມິສຣາຕາ ປະມານ 140 ກິໂລແມັດ ນັ້ນໄດ້ສົ່ງຜົນໃຫ້ທະ
ຫານຈາກທັງສອງຝ່າຍເສຍຊີວິດ 24 ຄົນ ແລະ ໄດ້ຮັບບາດເຈັບອີກ 100 ກວ່າຄົນ.

     ຝ່າຍກອງທັບພາກຕາເວັນອອກຂອງ ລີບີ ລາຍງານເມື່ອວັນທີ 27 ມັງກອນ ນີ້ວ່າ: ການຍິງຕໍ່ສູ້ ກັນດັ່ງກ່າວ, ໄດ້ເຮັດໃຫ້ທະຫານ ຂອງຝ່າຍຕົນເສຍຊີວິດ 12 ຄົນ
ແລະ ບາດເຈັບອີກ 55 ຄົນ.

     ໃນຂະນະດຽວກັນ, ກອງກຳລັງຂອງຝ່າຍລັດຖະບານ ລີບີ ໃຫ້ຮູ້ວ່າ: ພົນທະຫານຂອງຝ່າຍຕົນເສຍຊີວິດ 12 ຄົນ ແລະ ບາດເຈັບອີກ 50 ກວ່າຄົນ