ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກີດ​ເຫດແຜ່ນດິນໄຫວທີ່ ຕວກກີ ສ້າງ​ຄວາມ​ເສຍ​ຫາຍ​ທັງ​ຊີວິດ ​ແລະ​ ຊັບ​ສິນ​ຢ່າງໜັກໜ່ວງ​


     ສຳນັກຂ່າວ ຊິນຮ່ວາ ໃຫ້ຮູ້ເມື່ອ ວັນທີ 2 ພະຈິກ ນີ້ວ່າ: ໄດ້ເກີດແຜ່ນດິນໄຫວຂະໜາດ 6,6 ຣິກເຕີ ໃນທະເລ Aegean ໃກ້ ກັບເກາະຊາໂມດ ໃນພາກຕາເວັນຕົກ
ຂອງປະເທດ ຕວກກີ ແລະ ພາກຕາເວັນອອກ ຂອງປະເທດ ເກຣັກ, ເຮັດໃຫ້ມີຜູ້ເສຍຊີວິດ 53 ຄົນລວມທັງສອງປະເທດ ແລະ ສະເພາະໃນ ຕວກກີ ເກືອບ 900 ຄົນໄດ້
ຮັບບາດເຈັບ.

     ແຂວງ ອິດເມີຍ ແມ່ນເຂດທີ່ໄດ້ຮັບຜົນກະທົບໜັກທີ່ສຸດໃນເຫດແຜ່ນດິນໄຫວຄັ້ງນີ້. ອີງຕາມການລາຍງານຂອງສື່ມວນຊົນ, ມີຫຼາຍຮ້ອຍຫຼັງຄາເຮືອນຫັກພັງລົງ.
ກົມຄຸ້ມຄອງໄພພິບັດສຸກເສີນຂອງ ຕວກກີ ໃຫ້ຮູ້ໃນມື້ດຽວກັນວ່າ: ປັດຈຸບັນມີປະຊາຊົນຫຼາຍກວ່າ 5.700 ຄົນ ຂາດທີ່ຢູ່ອາໄສ ແລະ ລໍຄອຍການຊ່ວຍເຫຼືອ.

     ປັດຈຸບັນລັດຖະບານໄດ້ນຳສົ່ງລົດສຸກເສີນ 170 ຄັນ ແລະ ເຮລີກົບແຕ 2 ລຳ ໄປຍັງເຂດປະສົບ ໄພພິບັດເພື່ອໃຫ້ການຊ່ວຍເຫຼືອ.

     ທ່ານ ມີໂຊຕາກິ ກ່າວວ່າ: ລັດຖະບານ ຕວກກີ ຈະສະໜັບສະໜູນຢ່າງເຕັມສ່ວນໃນການຟື້ນຟູ ເມືອງຊາໂມດ ຫຼັງຈາກເກີດໄພພິບັດ.

     ກົມຄຸ້ມຄອງໄພພິບັດສຸກເສີນຂອງຕວກກີໃຫ້ຮູ້ວ່າ: ແຜ່ນດິນໄຫວເລີ່ມເກີດຂື້ນໃນ ເວລາ 14:51 ຂອງ ວັນທີ 30 ຕຸລາ, (19:51, ຕາມເວລາທ້ອງຖິ່ນເຊິ່ງມີຄວາມ
ແຮງ 6,6 ຮິກເຕີ ແລະ ຄວາມເລິກປະມານ 16,5 ກິໂລແມັດ. ອີງຕາມຂໍ້ມູນທີ່ເປີດເຜີຍໂດຍສະຖາບັນທໍລະນີວິທະຍາສາດແຫ່ງຊາດ, ຈຸດໃຈກາງຂອງແຜ່ນດິນໄຫວແມ່ນ
ຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງ ເມືອງ ຊາໂມດ ປະມານ 16 ກິໂລແມັດ, ແຕ່ພື້ນທີ່ສັ່ນສະເທືອນສ່ວນໃຫຍ່ແມ່ນໄປທາງດິນແດນຂອງ ເກຣັກ.