ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີ​ຣັກ ສືບຕໍ່ກວາດ​ລ້າງ​ກຸ່ມ ອີ​ແອັດຊ໌ ( IS )


     ສໍານັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 2 ກັນຍາ 2019 ນີ້ວ່າ: ກອງກຳລັງຮັກສາຄວາມສະຫງົບຂອງ ອີຣັກ ໄດ້ເລີ່ມເປີດບັ້ນໂຈມຕີເປັນໄລຍະທີ 4 ໃນການ
ກວາດລ້າງພວກແຕກທັບຂອງອົງການກໍ່ການຮ້າຍ ລັດອິດສະລາມ ອີ​ແອັດຊ໌ ( ​IS ) ຢູ່ໃນເຂດທະເລຊາຍທີ່ຂຶ້ນກັບ ແຂວງ ອານບາ.

     ຕາມການຊີ້ນຳຂອງທ່ານ ອັບແດ ອັບດູ ມາດີ ນາຍົກລັດຖະມົນຕີ ອີຣັກ ທັງເປັນຜູ້ບັນຊາການສູງສຸດຂອງກອງກຳລັງປະກອບອາວຸດ ອີຣັກ ບັນດາກອງກຳລັງຂອງລັດ
ຖະບານ ອີຣັກ ໄດ້ຜັນຂະຫຍາຍການໂຈມຕີທີ່ໃສ່ຊື່ວ່າ "Victory Will" ຕັ້ງແຕ່ຕອນເຊົ້າຂອງວັນທີ 24 ສິງຫາ ທີ່ຜ່ານມາ. ເພື່ອກວາດລ້າງກຸ່ມຫົວຮຸນແຮງ ອີ​ແອັດຊ໌ (IS)
ຢູ່ໃນເຂດທະເລຊາຍ ແລະ ເຂດອື່ນໆ ທີ່ຂຶ້ນກັບແຂວງ ອານບາ.

     ກອງກຳລັງປະສົມປະກອບມີກອງທັບ, ຕໍາຫຼວດ ແລະ ບັນດາກົມກອງເຄິ່ງການທະຫານ ໄດ້ປະສານສົມທົບກັນໃນການຜັນຂະຫຍາຍບັ້ນຮົບດັ່ງກ່າວ ດ້ວຍການໜູນ
ຊ່ວຍຂອງກອງກຳລັງທະຫານອາກາດ ອີຣັກ ແລະ ບັນດາຍົນຂອງກອງກຳລັງປະສົມສາກົນຕ້ານ IS ​ເຊິ່ງມີ ສ. ອາເມຣິກາ ເປັນແກນນຳ. ກ່ອນໜ້ານັ້ນ ເມື່ອຕົ້ນເດືອນ ສິງ
ຫາ ທີ່ຜ່ານມາ ກອງກຳລັງຂອງ ອີຣັກ ກໍໄດ້ຜັນຂະຫຍາຍການໂຈມຕີໄລຍະທີ 3 ເພື່ອກວາດລ້າງກຸ່ມ ອີ​ແອັດຊ໌ (IS) ຢູ່ທາງພາກເໜືອ ແລະ ພາກຕາເວັນອອກຂອງ ອີຣັກ.