ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນໂດເນເຊຍຈັບກຸມຫົວໜ້າ​ໃຫ່ຍນາ​ຂອງ​ເຈ​ອີ

     ສໍານັກຂ່າວ AP ລາຍ ງານເມື່ອວັນທີ 2 ກໍລະກົດ 2019 ໂດຍອ້າງຈາກແຫຼ່ງຂ່າວຂອງປະເທດອິນໂດເນເຊຍວ່າ: ສໍານັກງານຕໍາຫຼວດແຫ່ງຊາດ ອິນໂດເນເຊຍ ເປີດ
ເຜີຍການຈັບກຸມຫົວໜ້າໃຫຍ່ຂອງກຸ່ມກໍ່ການຮ້າຍ ​ເຊ​ມາ​ ອິດສະລາ​ມິ​ຢາ ​ຫຼື ເອີ້ນ​ຫຍໍ້​ວ່າ ເຈອີ ແນວຮ່ວມຂອງກຸ່ມອານກໍອີດະ ໃນອາຊີຕາເວັນອອກສຽງໃຕ້ ທີ່ໜີການຈັບ
ກຸມຂອງເຈົ້າໜ້າທີ່ມາຕັ້ງແຕ່ປີ 2003.

     ພົນຈັດຕະວາ ເດດີ ປຣາເຊດໂຍ, ໂຄສົກສໍານັກງານຕໍາຫຼວດແຫ່ງຊາດ ອິນໂດເນເຊຍ ເປີດເຜີຍຕໍ່ສື່ມວນຊົນໃນນະຄອນຫຼວງຈາກາຕາ ເມື່ອວັນຈັນທີ່ຜ່ານມາວ່າ: ປາ
ຣາ ວິຈາຍັນໂຕ ຫົວໜ້າໃຫຍ່ຂອງກຸ່ມ ເຈອີ ໄດ້ຖືກຕໍາຫຼວດໜ່ວຍຕໍ່ຕ້ານການກໍ່ການຮ້າຍບຸກຈັບກຸມ ພ້ອມກັບເມຍທີ່ຫ້ອງພັກໂຮງແຮມແຫ່ງໜຶ່ງໃນເມືອງ ເບກາຊີຊານ
ນະຄອນຫຼວງຈາ ກາຕາເມື່ອວັນທີ 29 ມິຖຸນາ 2019 ທີ່ຜ່ານມາ.

     ທ່ານ ເດດີ ປຣາເຊດໂຍ ກ່າວອີກວ່າ: ກ່ອນໜ້ານີ້ ປາຣາ ວິຈາຍັນໂຕ ມີໜ້າທີ່ຜະລິດລະເບີດໃຊ້ໃນການໂຈມຕີ ສໍາລັບການກໍ່ການຮ້າຍເປົ້າໝາຍສໍາຄັນຫຼາຍ ຄັ້ງ
ຮວມໄປເຖິງການໂຈມຕີດ້ວຍລົດທີ່ຕິດລະເບີດ ແລະ ມືລະເບີດຂ້າຕົວຕາຍ 2 ຄົນ ເທິງເກາະບາຫຼີ ແຫຼ່ງທ່ອງທ່ຽວຊື່ດັງຂອງປະເທດ ອິນໂດເນເຊຍ ເຊິ່ງເຮັດໃຫ້ມີຜູ້ເສຍຊີ
ວິດຫຼາຍເຖິງ 204 ຄົນລວມທັງມືລະເບີດ ແລະ ມີຜູ້ບາດເຈັບ 209 ຄົນ ເຊິ່ງສ່ວນຫຼາຍເປັນນັກທ່ອງທ່ຽວຊາວຕ່າງຊາດ ໂດຍສະເພາະແມ່ນຊາວ ອົສຕຣາລີ ແລະ ການ
ໂຈມຕີສະຖານທູດ ອົສຕຣາລີໃນນະຄອນ ຫຼວງຈາກາຕາເມື່ອປີ 2004.

     ຊອບຍານ ເຊົາຣີ ອະດີດຜູ້ກໍ່ການຮ້າຍຄົນສໍາຄັນທີ່ຖືກຈັບກຸມ ແລະ ສານຕັດສິນລົງໂທດນັ້ນປັດຈຸບັນໃຫ້ຄວາມຮ່ວມມືກັບໜ່ວຍງານຕໍ່ຕ້ານການກໍ່ການຮ້າຍເປີດ
ເຜີຍວ່າ: ປາຣາ ວິຈາຍັນ ໂຕ ໄດ້ຂຶ້ນເປັນຫົວໜ້າຄົນໃໝ່ຂອງກຸ່ມເຈອີຕັ້ງແຕ່ປີ 2007.