ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະສະພາ ອິດສະຣາແອນ ລົງຄະແນນສຽງຍຸບສະພາ ແລະ ຈັດການເລືອກຕັ້ງໄໝ


     ຕາມຂ່າວສານຈີນ ລາຍງານ ເມື່ອວັນທີ 31 ພຶດສະພາ 2019 ນີ້ວ່າ: ບັນດາສະມາຊິກລັດຖະສະພາ ອິດສະຣາແອນ ໄດ້ຮັບຮອງເອົາຂໍ້ສະເໜີຍຸບສະພາແຫ່ງຊາດ
(Knesset) ຍ້ອນການສ້າງຕັ້ງລັດຖະບານໃໝ່ຍັງບໍ່ທັນມີທາງອອກ ເນື່ອງຈາກທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີ ອິດສະຣາແອນ ບໍ່ສາມາດຈັດຕັ້ງຄະ
ນະລັດຖະບານໄດ້ຕາມເວລາທີ່ກຳນົດໄວ້, ລັດຖະສະພາຈຶ່ງໄດ້ລົງຄະແນນສຽງເມື່ອວັນທີ 29 ພຶດສະພາທີ່ຜ່ານມາໂດຍໄດ້ຮັບຮອງຮ່າງຍັດຕິກ່ຽວກັບການຍຸບສະພາທີ່
ສະເໜີໂດຍພັກລີຄຸດທີ່ ນຳໂດຍທ່ານ ເບນຈາມິນ ເນທັນຢາຮູ ແລະ ຈະຈັດການເລືອກຕັ້ງຄືນໃໝ່.

     ໂດຍເມື່ອວັນທີ 9 ເມສາ ປີນີ້, ອິດສະຣາແອນ ໄດ້ຈັດການເລືອກຕັ້ງລັດຖະສະພາຊຸດທີ 21, ພັກ ລີຄຸດ ໄດ້ຄະແນນສຽງອັນດັບໜຶ່ງໃນສະພາຊຸດໃໝ່ ເຊິ່ງທ່ານ ເບນ
ຈາມິນ ເນທັນຢາຮູ ໄດ້ຮັບການມອບສິດໃນການຈັດຕັ້ງຄະນະລັດຖະບານຊຸດໃໝ່,ແລະວັນທີ 29 ພຶດສະພາ 2019. ແມ່ນວັນກຳນົດເວລາສຸດທ້າຍຂອງການຈັດຕັ້ງຄະ
ນະລັດຖະບານທີ່ນຳໂດຍ ທ່ານ ເບນຈາມິນ ເນທັນຢາຮູ, ແຕ່ຍ້ອນວ່າບໍ່ບັນລຸເປົ້າໝາຍໃນການເຈລະຈາກັບທ່ານ ອາວິກໂດ ລີເບີມານ ຜູ້ນຳພັກ ອິສເຣວເບເຕນູ ກ່ຽວກັບ
ການຈັດຕັ້ງລັດຖະບານບໍ່ປະສົບຜົນສຳເລັດຈຶ່ງເຮັດໃຫ້ຂໍ້ສະເໜີດັ່ງກ່າວ ໄດ້ຮັບຮອງເອົາ ພາຍຫຼັງທ່ານນາຍົກລັດຖະມົນຕີ ອິດສະຣາແອນ ບໍ່ສາມາດສ້າງຕັ້ງລັດຖະບານ
ໃໝ່ໄດ້ໃນຮອບເວລາ 42 ວັນຕາມກົດໝາຍໄດ້ກໍານົດ.

     ເມື່ອວັນທີ 29 ພຶດສະພາ ຜ່ານມານີ້, ລັດຖະສະພາ ອິດສະຣາແອນ ໄດ້ລົງຄະແນນສຽງເຫັນດີໃຫ້ຍຸບສະພາຊຸດທີ 21 ຂອງປະເທດຕົນທີ່ຫາກໍ່ສ້າງຕັ້ງຂຶ້ນເມື່ອບໍ່ດົນ
ມານີ້ໂດຍຜ່ານການປ່ອນບັດສອງຮອບ ແລະ ຈະຈັດການເລືອກຕັ້ງຄືນໃໝ່ໃນວັນທີ 17 ກັນຍາ ປີນີ້.