ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານາທິບໍດີ​ອາ​ເມຣິກາ ສະ​ເໜີ​ແຜນ​ສັນຕິພາບ​ຕາ​ເວັນ​ອອກ​ກາງ


     ສໍານັກຂ່າວ AFP ລາຍງານເມື່ອວັນທີ 29 ມັງກອນ ນີ້ວ່າ: ທ່ານ ໂດນັລ ທຣໍາ ປະທານາທິບໍດີສະຫະລັດອາເມຣິກາ ເປີດເຜີຍແຜນຍຸດທະສາດເພື່ອສັນຕິພາບໃນຕາ
ເວັນອອກກາງເມື່ອວັນທີ 28 ມັງກອນ ທີ່ຜ່ານມາ. ເພື່ອຕໍ່ຍອດຈາກການເຈລະຈາລະຫວ່າງ ອິດສະຣາແອນ ກັບ ປາແລັດສະຕິນ ທີ່ຢຸດໄປແຕ່ປີ 2014 ຫຼັງການພົບປະຫາລື
2 ຮອບກັບນາຍົກລັດຖະມົນຕີ ເບນຈາມິນ ເນທັນ ຍາຮູ ຜູ້ນໍາອິດສະຣາແອນ ແລະ ເບນກັນ ແກນນໍາຄົນສໍາຄັນຂອງພັນທະມິດຝ່າຍຄ້ານ ອິດສະຣາແອນ ທີ່ທໍານຽບຂາວ.

     ຜູ້ນໍາສະຫະລັດອາເມຣິກາ ໄດ້ກ່າວເຖິງແຜນການທີ່ທ່ານນໍາສະເໜີຈະສ້າງຜົນປະໂຫຍດ ໃນລະດັບເທົ່າທຽມທັງສອງຝ່າຍ. ໂດຍເນື້ອໃນສໍາຄັນລວມເຖິງການທີ່ສະ
ຫະລັດຮັບຮອງນິຄົມ ຊາວ ຢິວ ໃນເຂດຢຶດຄອງ ເວດສແບັງ ແລະ ນະຄອນ ເຍຣູຊາລໍາ ການປັກປັນເຂດແດນເພື່ອສ້າງຄວາມເປັນຮູບປະທໍາຕາມຫຼັກການສອງລັດອັນຈະ
ນໍາໄປສູ່ການມີຕົວຕົນຂອງລັດ ປາແລັດສະຕິນ, ເຊິ່ງຈະສາມາດດໍາເນີນຊີວິດໄດ້ຢ່າງປົກກະຕິຄຽງຄູ່ກັບ ອິດສະຣາແອນ ແຕ່ມີເງື່ອນໄຂ ແລະ ຂໍ້ຈໍາກັດຝັ່ງຕາເວັນອອກຂອງ
ເຍຣູຊາລໍາ ທີ່ ປາແລັດສະຕິນ ຈະໄດ້ຮັບຖ້າຫາກເຫັນດີ, ເຊິ່ງເປັນພື້ນທີ່ຍັງບໍ່ໄດ້ຮັບການພັດທະນາ ແລະ ຫ່າງໄກເສັ້ນທາງຄົມມະນາຄົມຫຼັກ.

     ຂະນະດຽວກັນທ່ານ ໂດນັລ ທຣໍາ ຢືນຢັນວ່າ: ອິດສະຣາແອນ ເຫັນດີຢຸດໂຄງການຂະ ຫຍາຍອານາເຂດຊາວ ຢິວ ເປັນເວລາ 4 ປີ ທັນທີທີ່ຂໍ້ຕົກລົງມີຜົນແຕ່ຈະຍັງຄົງ
ເຮັດໜ້າທີ່ເປັນຜູ້ ເບິ່ງແຍງສານສາກົນໃນນະຄອນ ເຍຣູຊາລໍາ ໃຫ້ເປັນສະຖານທີ່ສັກສິດສໍາລັບປະຊາຊົນຢ່າງໃດກໍ ຕາມນະຄອນ ເຍຣູຊາລໍາ ຄືເມືອງຂອງ ອິດສະຣາແອນ
ແລະ ສະຫະລັດອາເມຣິກາ ຈະເດີນໜ້າມອບຄວາມຊ່ວຍເຫຼືອທາງດ້ານເສດຖະກິດໃຫ້ກັບ ປາແລັດສະຕິນ.

     ຂະນະທີ່ສະຫະປະຊາຊາດເຜີຍແຜ່ຖະແຫຼງການຂອງທ່ານ ອັນໂຕນິໂອ ກູເຕເຣດ ເລຂາທິ ການຢືນຢັນ ຢູເອັນ ຈະຢຶດໝັ້ນຕາມມະຕິເລກທີ 242 ຄະນະ ມົນຕີຄວາມ
ໝັ້ນຄົງແຫ່ງສະຫະ ປະຊາຊາດວ່າດ້ວຍການປັກຫຼັກໝາຍເຂດແດນ ອິດສະຣາແອນ-ປາແລັດສະຕິນ ເມື່ອປີ 1967.