ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມຣິກາ ສົ່ງ​ກຳລັງ​ເຂົ້າ​ສູ່​ຕາ​ເວັນ​ອອກ​ກາງ​ເພີ່ມ


     ຕາມຂ່າວສານ ຫວຽດນາມ ໃຫ້ຮູ້ໃນວັນທີ 2 ມັງກອນ ນີ້ວ່າ: ອາເມຣິກາ ຈະນໍາກໍາລັງທະຫານຈໍານວນ 750 ຄົນ ເຂົ້າສູ່ຕາເວັນອອກກາງ. ເພື່ອປະເຊີນກັບສະພາບ
ການທີ່ຊາວຜູ້ປະທ້ວງລັ່ງໄຫຼເຂົ້າມາສະຖານທູດ ອາເມຣິກາ ໃນ ອີຣັກ.

     ທ່ານ ມາກ ເອສເປີ ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມຣິກາ ໄດ້ກ່າວ ເມື່ອວັນທີ 1 ມັງກອນ ນີ້ວ່າ: ກໍາລັງທະຫານ 750 ຄົນ. ຈະເຄື່ອນກໍາລັງເຂົ້າສົມທົບກັບ
ກອງກໍາລັງໜ່ວຍຮົບ (IRF) ເຂົ້າສູ່ຕາເວັນອອກກາງຢ່າງຮີບດ່ວນ ເພື່ອປະເຊີນໜ້າກັບຊາວຜູ້ປະທ້ວງ ອາເມຣິກາ ໃນ ນະຄອນຫຼວງແບັກແດດ.

     ເມື່ອວັນທີ 31 ທັນວາ 2019 ຜ່ານມາ, ມີຊາວຜູ້ປະທ້ວງຫຼາຍພັນຄົນໄດ້ລັ່ງເຂົ້າສະຖານ ທູດອາເມຣິກາ ໃນນະຄອນຫຼວງແບັກແດດ, ໄດ້ກ່າວປະນາມ ອາເມຣິກາ
ໂຈມຕີທາງອາກາດໃສ່ 3ຈຸດທີ່ຕັ້ງຂອງກໍາລັງປະກອບອາວຸດ Kataib Hezbollah ທີ່ໃກ້ສິດ ອີຣານ ບົນເຂດແດນລະ ຫວ່າງ ອີຣານ ແລະ ຕ໋ວກກີ ເຮັດໃຫ້ມີຜູ້ເສຍຊິວິດ
25 ຄົນ ແລະ ບາດເຈັບ 51 ຄົນ.