ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ເລືອກ​ຕັ້ງປະທານາທິບໍດີ ຕຸຍນີຊີ ຮອບທີ 2 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ຕຸລາ


     ຕາມຂ່າວຈາກໜັງສືພິມເອເລັກໂຕຣນິ ຂອງກອງທັບປະຊາຊົນ ຫວຽດນາມ ສະບັບວັນທີ 29 ກັນຍາ 2019 ນີ້ວ່າ: ອົງການເລືອກຕັ້ງອິດສະຫຼະຂອງ ຕຸຍນີຊີ (ISIE)
ໄດ້ໃຫ້ຮູ້ວ່າການເລືອກຕັ້ງປະທານາທິບໍດີ ຮອບທີ 2 ຂອງປະເທດຕົນຈະໄດ້ຈັດຂຶ້ນໃນ ວັນທີ 13 ຕຸລາທີ່ຈະມາເຖິງ.

     ຫຼັງຈາກການປ່ອນບັດເລືອກຕັ້ງຮອບທຳອິດໄດ້ສຳເລັດລົງ, ISIE ໄດ້ເລືອກເວລາທີ່ຈະຈັດການເລືອກຕັ້ງຄັ້ງຕໍ່ໄປໃນວັນທີ 6 ເດືອນຕຸລາ ຫຼື ວັນທີ 13 ເດືອນ ຕຸລາ
ທີ່ຈະມາເຖິງ. ເຂົ້າຮ່ວມການເລືອກຕັ້ງ ປະທານາທິບໍດີ ຕຸຍນີຊີ ຄັ້ງທໍາອິດໃນວັນທີ 15 ກັນຍາທີ່ຜ່ານມາເຊິ່ງມີຜູ້ສະໝັກ 26 ທ່ານ. ໃນນັ້ນທ່ານ Kais Saied ສາດສະດາ
ຈານກົດໝາຍ ແລະ ທ່ານ Nabil Karoui ຜູ້ທີ່ມີຊື່ສຽງດ້ານສື່ມວນຊົນໄດ້ມີຄະແນນນຳໜ້າດ້ວຍຄະແນນສຽງ18,4% ແລະ 15,6% ຕາມລຳດັບ. ໂດຍບໍ່ມີຜູ້ສະໝັກ
ໃດໄດ້ຮັບ ຄະແນນສຽງຫຼາຍກວ່າ, ພ້ອມກັນນີ້ ທ່ານ Saied ແລະ ທ່ານ Ka­roui ທັງສອງທ່ານໄດ້ຖືກຢັ້ງຢືນວ່າເປັນຜູ້ສະໝັກທີ່ມີສິດເຂົ້າຄັດເລືອກເປັນປະທານາທິບໍດີ
ໃນການເລືອກຕັ້ງຮອບທີສອງ.

     ຕາມ ISIE, ອັດຕາສ່ວນຜູ້ມີສິດເລືອກຕັ້ງໃນການເລືອກຕັ້ງ ຮອບທີ 1 ບັນລຸ 49%, ເຊິ່ງເປັນການຫຼຸດລົງຢ່າງຫຼວງຫຼາຍເມື່ອທຽບໃສ່ການເລືອກຕັ້ງ ປະທານາທິບໍດີ
ປີ 2014 ທີ່ມີເຖິງ 64%. ການເລືອກຕັ້ງຄັ້ງນີ້ຍັງສະແດງໃຫ້ເຫັນເຖິງຄວາມບໍ່ສົນໃຈຂອງຊາວໜຸ່ມພາຍໃນປະເທດ ຈິ່ງເປັນສາເຫດເຮັດໃຫ້ອັດຕາການອອກສຽງມີໜ້ອຍ
ກວ່າຄັ້ງກ່ອນ.

     ນັບຕັ້ງແຕ່ເກີດຄວາມບໍ່ສະຫງົບໃນ ອາຟຣິກາເໜືອ ເມື່ອປີ 2011 ທີ່ຜ່ານມາ, ເຖິງປັດຈຸບັນລັດຖະບານ ຕຸຍນີຊີ ຍັງບໍ່ສາມາດແກ້ໄຂບັນດາສິ່ງທ້າທາຍດ້ານເສດຖະ
ກິດລົງໄດ້, ລວມທັງອັດຕາເງິນເຟີ້ ແລະ ການຫວ່າງງານຍັງສູງ. ໃນຂະນະດຽວກັນການໂຈມຕີດ້ວຍຄວາມຮຸນແຮງຍັງມີຢູ່, ສະນັ້ນບັນດານັກລົງທຶນ ແລະ ນັກທ່ອງທ່ຽວ
ຈິ່ງມີຄວາມລັງເລໃຈທີ່ຈະເຂົ້າມາລົງທຶນ ແລະ ທ່ອງທ່ຽວຢູ່ປະເທດນີ້. ການເລືອກຕັ້ງ ປະທານາທິບໍດີ ໃນຄັ້ງນີ້ຄາດວ່າຈະນຳເອົາໃບໜ້າໃໝ່ມາໃຫ້ປະເທດ ຕຸຍນີຊີ.