ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄົນຮ້າຍໂຈມຕີອະດີດການນຳຂັ້ນສູງຂອງອາຟການິດສະຖານ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 30 ກໍລະກົດ 2019 ນີ້ວ່າ: ຕາມການເປີດເຜີຍຂອງເຈົ້າໜ້າທີ່ຕຳຫຼວດໃຫ້ຮູ້ວ່າ: ໄດ້ເກີດເຫດຄົນຮ້າຍໂຈມຕີໃນງານ
ສ້າງສັນແຫ່ງໜຶ່ງໃນໃຈກາງ ນະຄອນຫຼວງກາບູນ ປະເທດ ອາຟການິດສະຖານ, ເຊິ່ງມີພັນລະຍາຂອງປະທານາທິບໍດີຄົນປັດຈຸບັນ ແລະ ມີອະດີດການນຳຂັ້ນສູງຫຼາຍຄົນ
ເປັນຕົ້ນແມ່ນອະດີດຫົວໜ້າໜ່ວຍສືບລາດຊະການລັບເຂົ້າຮ່ວມ, ຈາກການໂຈມຕີໃນຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 20 ຄົນ ແລະ ບາດເຈັບອີກ 50 ຄົນ.

     ໂຄສົກປະຈຳກະຊວງພາຍໃນຂອງ ອາຟການິດສະຖານ ໄດ້ກ່າວວ່າ: ເຫດການດັ່ງກ່າວແມ່ນເກີດຂຶ້ນໃນວັນຈັນທີ່ຜ່ານມາ, ເຊິ່ງໃນງານດັ່ງກ່າວນີ້ແມ່ນການລວມເອົາ
ບັນດາອະດີດການນຳ ແລະ ການນຳຊຸດປັດຈຸບັນພົບປະແລກປ່ຽນໃນດ້ານຕ່າງໆ. ງານເລີ່ມໄດ້ບໍ່ພໍເທົ່າໃດນາທີຄົນຮ້າຍກໍໄດ້ໂຈມຕີທາງເຂົ້າປະຕູໂຂງ ຫຼັງຈາກນັ້ນແມ່ນ
ໂຍນລະເບີດໃສ່ຕືກທີ່ມີການຈັດງານດັ່ງກ່າວ ສ້າງຄວາມແຕກຕື່ນໃຫ້ແກ່ຜູ້ຄົນທີ່ເຂົ້າຮ່ວມງານ, ແລະ ຄົນຮ້າຍໄດ້ເຂົ້າປະຊິດຫວັງຈະເຂົ້າໄປໃນງານແຕ່ຖືກເຈົ້າໜ້າທີ່ຕຳ
ຫຼວດ ແລະ ທະຫານສະກັດໄວ້ໄດ້. ສອງຝ່າຍຕໍ່ສູ້ກັນເປັນເວລາປະມານ 1 ຊົ່ວໂມງເຄິ່ງ ກ່ອນທີ່ທຸກຢ່າງຈະກັບມາສູ່ພາວະປົກກະຕິ.

     ຢ່າງໃດກໍຕາມພັນລະຍາຂອງປະທານາທິບໍດີ ແລະ ອະດີດການນໍາຄົນສໍາຄັນຫຼາຍຄົນແມ່ນສາມາດເອົາຕົວລອດອອກມາໄດ້, ຫຼ້າສຸດຕາມການເປີດເຜີຍຂອງເຈົ້າໜ້າ
ທີ່ຕຳຫຼວດໃຫ້ຮູ້ວ່າ: ມີຜູ້ເຂົ້າຮ່ວມທັງໝົດ 85 ຄົນ ບາດເຈັບ 50 ຄົນໃນນີ້ບາດເຈັບສາຫັດ 4 ຄົນ ແລະ ເສຍຊີວິດ 20 ຄົນ.

     ພາຍຫຼັງທີ່ເກີດເຫດຈົນມາຮອດປັດຈຸບັດນີ້ ຍັງບໍ່ມີກຸ່ມໃດອອກມາສະແດງຄວາມຮັບຜິດຊອບເທື່ອ ແຕ່ເຈົ້າໜ້າທີ່ຄາດວ່າເປັນສີມືຂອງກຸ່ມຫົວຮຸນແຮງ ອີ​ແອັດຊ໌ ທີ່
ຕ້ອງການສ້າງສະຖານະການແລ້ວໂຍນຄວາມຜິດໃຫ້ແກ່ກຸ່ມ ຕາລີບັນ ທີ່ປັດຈຸບັນກຸ່ມດັ່ງກ່າວພະຍາຍາມເຈລະຈາກັບຝ່າຍລັດຖະບານ ແລະ ສະຫະລັດ ເພື່ອຢຸດຕິສົງ
ຄາມກາງເມືອງທີ່ແກ່ຍາວມາເປັນເວລາ 18 ປີ.