ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕາ​ລີ​ບັນ ​ໂຈມ​ຕີ​ເຈົ້າໜ້າທີ່ລັດຖະບານ ອາ​ຟະ​ກາ​ນິດ​ສະຖານ ​ເສຍ​ຊີວິດຫຼາຍຄົນ

     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 1 ມິຖຸນາ 2019 ນີ້ວ່າ: ກຸ່ມຫົວຮຸນແຮງຕາລີບັນໄດ້ເປີດສາກໂຈມຕີເຈົ້າໜ້າທີ່ລັດຖະບານອາຟະການິດສະຖານ ດ້ວຍ
ການນຳໃຊ້ລະເບີດຢູ່ທາງພາກເໜືອຂອງປະເທດ, ຫຼັງຈາກນັ້ນ ໄດ້ມີການຕໍ່ສູ້ກັນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 26 ຄົນ ແລະ ບາດເຈັບຈຳນວນໜຶ່ງ.

     ເຈົ້າໜ້າທີ່ຕໍາຫຼວດເປີດເຜີຍວ່າ: ເຫດການດັ່ງກ່າວແມ່ນເກີດຂຶ້ນ ໃນຕອນເຊົ້າຂອງວັນເສົາ, ເຊິ່ງ ເປັນມື້ດຽວກັບຕົວແທນຝ່າຍສະຫະລັດ ແລະ ຕົວແທນຝ່າຍກຸ່ມ ຕາ
ລີບັນ ໄດ້ເປີດໂຕະເຈລະຈາກັນຢູ່ທີ່ນະຄອນຫຼວງ ໂດຮາ ປະເທດ ກາຕາ ເພື່ອປຶກສາຫາລືຫາທາງອອກຮ່ວມກັນເພື່ອຢຸດຕິຄວາມຂັດແຍ້ງທີ່ແກ່ຍາວມາເປັນເວລາ 18 ປີ,
ນັບແຕ່ເກີດເຫດການວັນທີ 11 ກັນຍາ ປີ 2001  ເປັນຕົ້ນມາ.

     ກ່ອນໜ້ານີ້ໃນວັນທີ 27 ມິຖຸນາ ກຸ່ມຕາລີບັນໄດ້ກໍ່ເຫດໂດຍ ອາໄສຈັງຫວະທີ່ເຈົ້າໜ້າທີ່ລັດຖະບານເຜີຕົວດ້ວຍການນຳໃຊ້ລະເບີດມືໂຍນຖິ້ມໃສ່ປາກປະຕູເຂົ້າສຳນັກ
ງານເມືອງມາຣັບ ແຂວງ ການດາຮາ ປະເທດ ອາຟະການິດສະຖານ ແລະ ນໍາໃຊ້ລົດກະບະຕິດປືນກົນເປັນພາຫະນະ, ຫຼັງຈາກນັ້ນທັງສອງຝ່າຍໄດ້ເປີດສາກປະທະກັນຢ່າງ
ຮຸນແຮງເປັນເວລາຫຼາຍຊົ່ວໂມງ, ຈາກການປະທະກັນໄດ້ເຮັດໃຫ້ເຈົ້າໜ້າທີ່ຝ່າຍລັດຖະບານເສຍຊີວິດແລ້ວ 19 ຄົນ ແລະ ບາດເຈັບ 38 ຄົນໃນນີ້ມີເຈົ້າໜ້າທີ່ຕຳຫຼວດ
ນອກເຄື່ອງແບບ 11 ຄົນ.

     ຫຼ້າສຸດກຸ່ມ ຕາລີບັນ ໄດ້ອອກມາສະແດງຄວາມຮັບຜິດຊອບ ແລະ ໃຫ້ເຫດຜົນວ່າ: ກຸ່ມຕົນບໍ່ຕ້ອງການທີ່ຈະສ້າງສະຖານະການຂຶ້ນ ຖ້າຫາກສະຫະລັດບໍ່ສະເໜີ ແລະ
ສົ່ງທະຫານມາເພີ່ມໃນພູມມີພາກດັ່ງກ່າວນີ້. ສະນັ້ນເພື່ອເປັນການຕໍ່ຕ້ານ ແລະ ຄັດຄ້ານ, ກຸ່ມຕົນຈຶ່ງຕ້ອງສະແດງໃຫ້ເຫັນເຖິງຂີດຄວາມສາມາດ. ນອກຈາກນີ້ ຍັງໄດ້ກ່າວ
ອີກວ່າ: ລະຫວ່າງວັນທີ 27-29 ມິຖຸນາ ທີ່ຜ່ານມາສາມາດສັງຫານເຈົ້າໜ້າທີ່ລັດຖະບານທັງທະຫານ ແລະ ຕຳຫຼວດໄດ້ເກືອບ 70 ຄົນ.