ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ຖະແຫຼງການຮ່ວມ​ກັບ​ ອາ​ເມ​ລິ​ກາ​ ເພື່ອ​ເຮັດ​ໃຫ້ການ​ຄ້າ​ຄືນ​ສູ່​ສະພາບ​ເດີມ


ທ່ານ ຫວັງເວີນຕາວ ລັດຖະມົນຕີ ກະຊວງການຄ້າ ຈີນ ຄົນໃໝ່

     ທ່ານ ຫວັງເວີນຕາວ ລັດຖະມົນຕີ ກະຊວງການຄ້າ ຈີນ ຄົນໃໝ່ໄດ້ຈັດກອງປະຊຸມຖະແຫຼງຂ່າວເປັນຄັ້ງທໍາອິດໃນອາທິດຜ່ານມາ ນັບຕັ້ງແຕ່ທ່ານ
ຂຶ້ນດໍາລົງຕໍາແໜ່ງ. ກ່ອນນີ້ ທ່ານ ຫວັງເວີນຕາວ ຢືນຢັນວ່າ: ອາເມຣິກາ ແລະ ຈີນ ໄດ້ຮັບຜົນປະໂຫຍດຈາກການຮ່ວມມືພ້ອມທັງຢືນຢັນວ່າ: ປັກກິ່ງ ຈະ
ປະສານສົມທົບກັບອາເມຣິກາ ຈັດການພົວພັນດ້ານເສດຖະກິດ-ການຄ້າບົນພື້ນຖານ ເຄົາລົບເຊິ່ງກັນ ແລະ ກັນ.

     ທ່ານລັດຖະມົນຕີ ຫວັງເວີນຕາວ ສະແດງຄວາມເຫັນວ່າ: ໃນໄລຍະຈະມາເຖິງທ່ານຈະວາງແຜນເຮັດວຽກກັບເພື່ອນຮ່ວມງານ ອາເມຣິກາ ເພື່ອເພີ່ມ
ທະວີການແລກປ່ຽນຂໍ້ມູນຂ່າວສານ, ປັບປຸງຄວາມເຂົ້າໃຈ, ສຸມໃສ່ການຮ່ວມມື ແລະ ການຄຸ້ມຄອງຄວາມສ່ຽງ ແລະ ຊຸກຍູ້ການພົວພັນດ້ານເສດຖະກິດ
ການຄ້າກັບຄືນສູ່ເສັ້ນທາງທີ່ຖືກຕ້ອງ, ສອດຄ່ອງກັບຈິດໃຈຂອງການສົນທະນາລະຫວ່າງປະທານາທິບໍດີ ໂຈໄບເດນ ແລະ ປະທານປະເທດ ສີຈິ້ນຜິງ ເມື່ອ
ບໍ່ດົນມານີ້, ຈີນ ເຊື່ອວ່າ, ເນື້ອໃນສໍາຄັນຂອງການພົວພັນດ້ານການຄ້າ ແລະ ເສດຖະກິດ ອາເມຣິກາ-ຈີນ ຍາມໃດກໍຍຶດຖືຜົນປະໂຫຍດເຊິ່ງກັນ ແລະ ກັນ,
ການຮ່ວມມືສອງປະເທດມີຄວາມໃກ້ຊິດ, ໃນນັ້ນການຮ່ວມມືແມ່ນທາງເລືອກໜຶ່ງດຽວທີ່ຖືກຕ້ອງເພາະວ່າ, ມັນເປັນຜົນດີຕໍ່ທັງສອງຝ່າຍ.

     ຄໍາເຫັນຂອງ ທ່ານ ຫວັງເວີນຕາວ ມີຂຶ້ນໃນເວລາທີ່ຄະນະລັດຖະບານຂອງ ທ່ານ ໂຈໄບເດນ ກໍາລັງກໍານົດນະໂຍບາຍສຸດທ້າຍໃນການພົວພັນກັບ
ຈີນ ໂດຍມີສັນຍານວ່າ: ວໍຊິງຕັນ ຈະສືບຕໍ່ເຄັ່ງຄັດຕໍ່ປັກກິ່ງ, ແຕ່ວ່າມັນຈະມີຈຸດໃໝ່ ກໍຄືການຊອກຫາວິທີການທີ່ຈະເລືອກຮ່ວມມືເຊັ່ນ: ພັນທະມິດ ແລະ
ຄູ່ຮ່ວມງານທີ່ມີສະຕິຄວາມກ້າວໜ້າ.