ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອຸຍ​ແອນ ກັງວົນ​ຄວາມ​ຂັດ​ແຍ່ງລະຫວ່າງ ອາກ​ເມ​ນີ ​ແລະ ອາ​ແຊກ​ໄບຊານ


     ສໍານັກຂ່າວ ຊິນຮ່ວາ ລາຍງານເມື່ອວັນທີ 30 ກັນຍານີ້ວ່າ: ເມື່ອວັນທີ 27 ກັນຍາ ທ່ານ ອັນໂຕນີໂອ ກູເຕເຣດ ເລຂາທິການສະຫະປະຊາຊາດອອກມາສະແດງຄວາມ
ກັງວົນຕໍ່ເລື່ອງຄວາມຂັດແຍ່ງ ລະຫວ່າງ ອາກເມນີ ແລະ ອາແຊກໄບຊານ ໂດຍທ່ານໄດ້ຮຽກຮ້ອງໃຫ້ທັງສອງຝ່າຍຢຸດຕິການຕໍ່ສູ້ໂດຍທັນທີຫຼັງຈາກປະເທດ ອາກເມນີ ໄດ້
ອອກມາປະກາດພາວະສົງຄາມ ແລະ ລະດົມກໍາລັງພົນເພື່ອຕອບໂຕ້ຕໍ່ສະຖານະການດັ່ງກ່າວອັນນໍາມາສູ່ການປະທະກັນຄັ້ງໃໝ່ໃນວັນທີ 27 ກັນຍາ.

     ທ່ານ ສະຕີເຟນ ໂຄສົກຂອງອົງການສະຫະປະຊາຊາດຖະແຫຼ່ງວ່າ: ເລຂາທິການໃຫຍ່ສະຫະປະຊາຊາດວິຕົກກັງວົນຕໍ່ຄວາມຂັດແຍ່ງຂອງທັງສອງປະເທດ, ເລື່ອງຂໍ້ພິ
ພາກເຂດຊາຍແດນ ໂດຍທ່ານໄດ້ກ່າວປະນາມການໃຊ້ກໍາລັງ ແລະ ກ່າວສະແດງຄວາມເສຍໃຈຕໍ່ປະຊາຊົນຜູ້ທີ່ໄດ້ຮັບບາດເຈັບ ແລະ ເສຍຊີວິດ. ລາຍງານຍັງໃຫ້ຮູ້ອີກວ່າ:
ທ່ານ ອັນໂຕນີໂອ ກູເຕເຣດ ໄດ້ຮຽກຮ້ອງສຸດ​ຂິດໃຫ້ທັງສອງຝ່າຍຢຸດຕິການຕໍ່ສູ້, ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຫັນໜ້າສູ່ການເຈລະຈາໂດຍ​ໄວ, ເຊິ່ງທ່ານຈະໂອ້ລົມເລື່ອງ
ດັ່ງ ກ່າວນີ້ກັບທັງສອງປະເທດດ້ວຍຕົນເອງ ພ້ອມດຽວກັນນັ້ນທ່ານຍັງກ່າວເຖິງການສະໜັບສະໜູນບົດບາດສໍາຄັນຂອງຜູ້ເປັນປະທານຮ່ວມໃນອົງການເພື່ອຄວາມໝັ້ນຄົງ
ແລະ ການຮ່ວມມືໃນ ເອີຣົບ. ນອກຈາກນັ້ນ, ຍັງຮຽກຮ້ອງໃຫ້ສອງຝ່າຍດໍາເນີນງານກັບອົງການເຫຼົ່ານີ້ຢ່າງໃກ້ຊິດເພື່ອກ້າວ​ເຂົ້າ​ສູ່ການເຈລະຈາອີກຄັ້ງ​ໂດຍ​ໄວ.