ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ນຳ​ສູງ​ສຸດ​ຂອງ ອີ​ຣານ ຢືນຢັນ​ຈະ​ບໍ່​ເຈລະຈາ​ກັບ​ສະຫະລັດ​ອີກ

     ສໍານັກຂ່າວ ຣອຍເຕີ ລາຍງານເມື່ອວັນທີ 28 ມິຖຸນາ 2019 ວ່າ: ທ່ານ ຍາຕໍເລະ ອາລີ ຄາເມເນອີ ຜູ້ນໍາສູງສຸດຂອງ ອີຣານ ກ່າວເມື່ອວັນພຸດທີ່ຜ່ານມາກ່ຽວກັບສະ
ຖານະການ ລະຫວ່່າງ ອີຣານ ກັບ ສະຫະລັດວ່າ: ອີຣານ ຈະບໍ່ເຈລະຈາກັບ ສະຫະລັດ ອີກເພາະ ສໍາລັບ ອີຣານ ແລ້ວການເຈລະຈາຕາມຄວາມຫມາຍອີກຝ່າຍຄືການຕົວະ
ໃຫ້ລັດຖະບານ ເຕເຮຣານ ປະຕິບັດຕາມຈຸດປະສົງຂອງ ສະຫະລັດ ແລະ ນີ້ເປັນການປາກົດຕົວ ຄັ້ງທໍາອິດຂອງ ຜູ້ນໍາສູງສຸດ ອີຣານ ນັບຕັ້ງແຕ່ລັດຖະບານວໍໍຊິງຕັນປະກາດ
ຂຶ້ນບັນຊີດໍາ ທ່ານ ຍາຕໍເລະ ອາລີ ຄາເມເນອີ. ທ່ານ ຍາຕໍເລະ ອາລີ ຄາເມເນອີ ອະທິບາຍຕື່ມອີກວ່າ: ຄໍາເວົ້າຂອງທ່ານ ເປັນເຊີງປຽບທຽບວ່າ. ເມື່ອພວກເຮົາມີອາວຸດຢູ່ໃນ
ມືຢູ່ແລ້ວ ແນ່ນອນສັດຕູຍ່ອມລັງເລທີ່ຈະເຂົ້າໃກ້, ແຕ່ຢູ່ມາມື້ຫນຶ່ງ ອາເມຣິກາ ກັບມາຂົ່ມຂູ່ໃຫ້ ອີຣານ ວາງອາວຸດ. ຢ່າງໃດກໍຕາມ ໃນຖານະເຊິ່ງເປັນບຸກຄົນທີ່ມີອໍານາດ
ໃນກໍລະນີສໍາຄັນກ່ຽວຂ້ອງກັບ ອີຣານ ທ່ານ ຍາຕໍ ເລະ ອາລີ ຄາເມເນອີ ກ່າວວ່າ: ການເຈລະຈາຍັງເປັນສິ່ງທີ່ຈໍາເປັນ ແລະ ຈະກໍ່ໃຫ້ເກີດຜົນ ປະໂຫຍດຫລາຍກວ່າການ
ໃຊ້ກໍາລັງທາງທະຫານຕໍ່ກັນ. ໃນວັນດຽວກັນ ປະທານາທິບໍດີ ໂດນັລທຣໍາ ຢືນຢັນວ່າ: ທ່ານບໍ່ຕ້ອງການເຮັດສົງຄາມກັບ ອີຣານ ແຕ່ຫາກການຕໍ່ສູ້ດ້ວຍ ອາ ວຸດມີອັນຕ້ອງ
ເກີດຂຶ້ນຈະໃຊ້ເວລາບໍ່ດົນ ແລະ ສະຫະລັດ ຈະບໍ່ສົ່ງທະຫານພາກພື້ນດິນ ເຂົ້າໄປຍັງ ອີຣານ.