ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທາງລົດໄຟ ຈີນ-ລາວ ສ້າງຜົນປະໂຫຍດໃຫ້ແກ່ສອງປະເທດ ແລະ ຂົງເຂດອາຊຽນເກີນຄາດໝາຍ


    ໃນລະຫວ່າງການດຳເນີນກອງປະຊຸມໃຫຍ່ພັກກອມມູນິດຈີນ ຄັ້ງທີ 20, ທ່ານ ສີ ຢູກັງ ຮອງເລຂາຄະນະພັກແຂວງຢຸນນານ ໜຶ່ງໃນຄະນະຜູ້ແທນທີ່ເຂົ້າ ຮ່ວມກອງປະຊຸມ ໄດ້ກ່າວໃນເວທີຖະແຫຼງຂ່າວຕໍ່ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ໃນວັນທີ 20 ຕຸລາ ຜ່ານມາວ່າ: ເສັ້ນທາງລົດໄຟ ຈີນ-ລາວ ໄດ້ ສ້າງຜົນປະໂຫຍດຢ່າງຫຼວງຫຼາຍ ແລະ ເກີນຄາດໝາຍທີ່ວາງໄວ້. ສຳລັບສອງປະເທດ ສປ ຈີນ-ສປປ ລາວ ໂດຍນັບຕັ້ງແຕ່ເປີດນຳໃຊ້ບໍລິການເປັນຕົ້ນມາ ທາງລົດໄຟ ຈີນ-ລາວ ສາມາດຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 7.5 ລ້ານເທືື່ອຄົນ, ຂົນສົ່ງສິນຄ້າຫຼາຍກວ່າ 8.69 ລ້ານໂຕນ ໃນຈຳນວນນີ້ມີສິນຄ້າຜ່ານ ແດນ 1.58 ລ້ານກວ່າໂຕນ. ສະເພາະໃນເດືອນກັນຍາຜ່ານມາມູນຄ່າການຄ້າລະຫວ່າງສອງປະເທດແມ່ນບັນລຸ 1.25 ຕື້ໂດລາ. ເສັ້ນທາງລົດໄຟ ຈີນ-ລາວ ໄດ້ກະຕຸກຊຸກຍູ້ໃຫ້ເກີດບັນຍາກາດ ການລົງທຶນຕາມເສັ້ນທາງລົດໄຟ ເຫັນໄດ້ຈາກປີກາຍນີ້ການສົ່ງອອກສິນຄ້າຈາກມຽນມາ, ລາວ ແລະ ຫວຽດນາມ ໄປ ແຂວງຢຸນນານ ບັນລຸ 3,23 ຕື້ໂດລາ, 1,96 ຕື້ໂດລາ ແລະ 1,24 ຕື້ໂດລາຕາມລຳດັບ ແຕ່ສະເພາະ 8 ເດືອນຕົ້ນປີນີ້ ການສົ່ງອອກຂອງລາວໄປຢຸນນານ ບັນລຸ 5 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ໃນ 6 ເດືອນຕົ້ນປີ, ການສົ່ງອອກແປ້ງມັນຕົ້ນຈາກລາວມີ ມູນຄ່າສູງເຖິງ 250 ລ້ານໂດລາ ອັນໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ຊາວກະສິກອນ. ນອກຈາກນີ້, ເສັ້ນທາງລົດໄຟ ລາວ-ໄທ ກໍກຳລັງມີການປັບປຸງ ຢ່າງວ່ອງໄວ ເຊິ່ງໃນອະນາຄົດອັນໃກ້ນີ້ຄາດວ່າຈະເຊື່ອມຕໍ່ເຂົ້າກັບເສັ້ນທາງລົດໄຟ ຈີນ-ລາວ ແລະ ຈະເຮັດໃຫ້ການຂົນສົ່ງມີຄວາມສະດວກຍິ່ງຂຶ້ນ.

     ທ່ານ ສີ ຢູກັງ ກ່າວຕື່ມວ່າ: ເສັ້ນທາງລົດໄຟ ຈີນ-ລາວ ເປັນໂຄງການທີ່ເປັນສັນຍາລັກພາຍໃຕ້ຂອບການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ມີຄຸນນະ ພາບສູງ ແລະ ເປັນໂຄງການໃຫຍ່ທຳອິດທີ່ສຳຄັນຂອງການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ຈີນ-ລາວ ນັບຕັ້ງແຕ່ມື້ເປີດ ສະຫາຍ ສີ ຈິ້ນຜິງ ເລຂາທິ ການໃຫຍ່ພັກກອມມູນິດຈີນ ໄດ້ເຂົ້າຮ່ວມພິທີດ້ວຍຕົນເອງ ແລະ ໄດ້ຊີ້ນຳໃຫ້ແຂວງຢຸນນານ ບົວລະບັດຮັກສາ ແລະ ບໍລິຫານເສັ້ນທາງລົດໄຟສາຍນີ້ໃຫ້
ດີ ແລະ ຊຸກຍູ້ສົ່ງເສີມການພັດທະນາຕາມຕາມແລວທາງລົດໄຟສາຍດັ່ງກ່າວ. ໂດຍປະຕິບັດຕາມທິດຊີ້ນຳຂອງສະຫາຍເລຂາທິການໃຫຍ່ ອຳນາດການປົກ ຄອງນະຄອນ ຄຸນໝິງ ໄດ້ເຂົ້າພັດທະນາເຂດເສດຖະກິດບໍ່ຫານ-ບໍ່ເຕັນ ເພື່ອໃຫ້ກາຍເປັນເຂດແຫ່ງການຮ່ວມມື ແລະ ເປີດກວ້າງສູ່ຕ່າງປະເທດ. ມາຮອດ ປັດຈຸບັນມີບໍລິສັດທີ່ເຂົ້າຈົດທະບຽນໃນເຂດເສດຖະກິດແຫ່ງນີ້ແລ້ວ 135 ບໍລິສັດ, ນີ້ແມ່ນໜຶ່ງໃນວຽກງານສຳຄັນຂອງແຜນປະຕິິບັດງານໄລຍະ 3 ປີ ຂອງນະຄອນຄຸນໝິງ ກໍຄືຂອງແຂວງ ເພື່ອເຮັດໃຫ້ເສັ້ນທາງລົດໄຟ ຈີນ-ລາວ ກະຕຸກຊຸກຍູ້ການເປີດປະຕູສູ່ພາຍນອກໃຫ້ຫຼາຍຂຶ້ນ ແລະ ຍັງໄດ້ສ້າງເຂດຕິດ ຕາມພາສີແຫ່ງໃໝ່ຢູ່ຄຸນໝິງ ເຊິ່ງເປັນສະຖານີລົດໄຟລະຫວ່າງປະເທດ ທີ່ຈະກາຍເປັນຕົວແບບໃໝ່ຂອງການຂົນສົ່ງດ່ວນຜ່ານລະບົບລາງ ໂດຍທີ່ບໍ່ຈຳເປັນ ຕ້ອງປ່ຽນຂະບວນກໍສາມາດສົ່ງສິນຄ້າໄປຕ່າງປະເທດໄດ້ເລີຍ ແລະ ຄຸຸນໝິງເປັນພຽງເມືອງດຽວໃນ ສປ ຈີນ ທີ່ມີສະຖານີແບບດັ່ງກ່າວ. ພ້ອມນີ້, ທາງອຳ ນາດການປົກຄອງແຂວງຢຸນນານ ກໍໄດ້ປະສານງານກັບແຂວງຕ່າງໆ ໂດຍສະເພາະແມ່ນ 25 ແຂວງ ທີ່ເສັ້ນທາງລົດໄຟ ຈີນ-ລາວ ຜ່ານ ແລະ ໄດ້ເປີດຂະ ບວນລົດໄຟຂົນສົ່ງສິນຄ້າດ່ວນ ລະຫວ່າງປະເທດແມ່ນໍ້າລ້ານຊ້າງ-ແມ່ຂອງທີ່ມາຮອດປັດຈຸບັນໄດ້ບໍລິການແລ້ວສອງຮ້ອຍກວ່າຖ້ຽວ.

     ທ່ານຮອງເລຂາພັກແຂວງ ຢຸນນານ ຍັງກ່າວມ້ວນທ້າຍວ່າ: ເສັ້ນທາງລົດໄຟສາຍນີ້ໄດ້ເຊື່ອມຈອດສອງປະເທດ ຈີນ-ລາວ ເຂົ້າກັບສ່ວນຕ່າງໆຂອງໂລກ ສຳລັບອາຊີໃຕ້, ອາຊີຕາເວັນອອກສ່ຽງໃຕ້ ແລະ ເຂດມະຫາສະໝຸດອິນເດຍ, ທາງລົດໄຟສາຍນີ້ໄດ້ກໍ່ໃຫ້ເກີດເສັ້ນທາງຂົນສົ່ງທາງບົກທີ່ສະດວກ ເພື່ອເຮັດ ໃຫ້ເຂົາເຈົ້າສາມາດເຂົ້າເຖິງ ສປ ຈີນແຜ່ນດິນໃຫຍ່, ມີຕະຫຼາດຂະໜາດໃຫຍ່ມີປະຊາກອນຫຼາຍກວ່າ 1,4 ຕື້ຄົນ.

ແຫຼ່ງທີ່ມາ: ພັນຕີ ສາຍເພັດ
ວັນທີ 24/10/2022