ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ກຽມ​ຫ້າມ​ສົ່ງ​ອອກ​ຄຳ​ແທ່ງ ທີ່​ມີ​ນ້ຳໜັກ​ຫຼາຍ​ກວ່າ 100 ກຣາມ

     ​ງານ​ວັນ​ທີ 30 ມີນາ ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະທາ ນາທິບໍດີ​ຣັດ​ເຊຍ ໄດ້​ລົງ​ນາມ​ໃນ​ລັດ​ຖະ​ດຳລັດ​ຫ້າມ​ສົ່ງ​ອອກ​ຄຳ​ແທ່ງ​
ບໍລິສຸດ​ທີ່​ມີ​ນ້ຳໜັກ​ເກີນ 100 ກຣາມ, ໂດຍ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ຕັ້ງແຕ່​ວັນ​ທີ 1 ພຶດສະພາ 2026 ເປັນຕົ້ນ​ໄປ ແລະ ມີ​ບາງ​ຂໍ້​ຍົກເວັ້ນ.

     ໂດຍ​ລັດ​ຖະ​ດຳລັດ​ດັ່ງກ່າວຫ້າມ​ບຸກຄົນ, ນິຕິບຸກຄົນ ແລະ ທຸລະ​ກິດ​ຂະໜາດ​ນ້ອຍ​ສົ່ງ​ອອກ​ຄຳ​ແທ່ງ​ບໍລິສຸດ​ທີ່​ມີ​ນ້ຳໜັກ​ລວມ​
ເກີນ 100 ກຣາມ. ເຖິງ​ຢ່າງໃດ​ກໍ​ຕາມ, ມາດ​ຕະການ​ດັ່ງກ່າວ​ລວມ​ມີ​ຂໍ້​ຍົກເວັ້ນ​ສຳລັບ​ການ​ສົ່ງ​ອອກ​ຄຳ​ແທ່ງ​ຜ່ານ​ດ່ານ​ຊາຍ​ແດນ​ທາງ
ອາກາດ​ຢູ່​ສະໜາມ​ບິນ​ສາກົນ​ບາງ​ແຫ່ງ, ໂດຍ​ຕ້ອງ​ໄດ້​ຮັບ​ອະນຸຍາດ​ເປັນ​ແຕ່​ລະ​ກໍລະນີ.

ແຫຼ່ງທີ່ມາ: ຂກທ
ວັນທີ 31/03/2026