ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລາດຕະເວນ​ຮ່ວມ​ເພື່ອ​ບັງຄັບ​ໃຊ້​ກົດໝາຍ​ ຕາມ​ລຳ​ແມ່ນ້ຳຂອງ ຈີນ-ລາວ-ມຽນ​ມາ-ໄທ

     ​​ວັນ​ທີ 24 ມິຖຸນາ​ ນີ້,ໃນ ພະ​ແນກ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ຢຸນ​ນານ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ: ການ​ລາດຕະເວນ​ຮ່ວມ ​ເພື່ອ​ບັງຄັບ​ໃຊ້​ກົດ
ໝາຍ​ຕາມ​ລຳ​ແມ່ນ້ຳ​ຂອງ ຈີນ-ລາວ-ມຽນ​ມາ-ໄທ ຄັ້ງ​ທີ 166 ໄດ້​ເລີ່ມ​ດຳເນີນ​ໃນ​ວັນ​ທີ 23 ມິຖຸນາ​ນີ້.

     ການເຄື່ອນໄຫວ​ເທື່ອ​ນີ້ ​ໄດ້​ສົ່ງ​ກຳປັ່ນ​ບັງຄັບ​ໃຊ້​ກົດໝາຍ 6 ລຳ ແລະ ​ເຈົ້າ​ໜ້າທີ່​ປະຕິບັດ​ກົດໝາຍ 106 ຄົນ. ເມື່ອ​ບັນດາ​ຝ່າຍ​ສຳເລັດ​
ການ​ລາດຕະເວນ​ແຕ່​ລະ​ພື້ນ​ທີ່​ແລ້ວ ຈະ​ຮ່ວມ​ກັນ​ດຳເນີນ​ການເຄື່ອນໄຫວ​ຕ່າງໆ, ເຊັ່ນ: ການ​ລາດ​ຕະ​ເວັນ​ຮ່ວມ​ທັງ​ທາງນ້ຳ ​ແລະ​ ທາງບົກ,
ການ​ສຳ​ຫຼວດ​ກວດກາ​ຮ່ວມ ​ແລະ ​ອື່ນໆ. ພ້ອມ​ກັນ​ນັ້ນ, ພາກສ່ວນ​ບັງຄັບ​ໃຊ້​ກົດໝາຍ​ສີ່​ປະເທດ​ຈະ​ຈັດ​ກິດຈະກຳ​ເຜີຍແຜ່​ກ່ຽວ​ກັບ​ວັນ​ປາບ
​ປາມ​ຢາ​ເສບ​ຕິດ​ສາກົນ “26 ມິຖຸນາ”, ແລະ ​ຈັດ​ກອງ​ປະຊຸມ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ຫຼາຍ​ຝ່າຍ​ຢູ່ ​ເມືອງ​ຫ້ວຍ​ຊາຍ ​ແຂວງ​ບໍ່​ແກ້ວ​ ຂອງ​ລາວ.

ແຫຼ່ງທີ່ມາ: ຂກທ
ວັນທີ 30/06/2026