ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປຊ ຈັດ​ປະຊຸມ​ດ່ວນ​ຍ້ອນ​ເຫດ​ປະ​ທະ​​ກັນ​ ເພີ່ມ​ຂຶ້ນ​ຢູ່ ສ ກົງ​ໂກ


     ວັນ​ທີ 26 ມັງກອນ ນີ້, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຫຼື ​ສປຊ ໄດ້​ຈັດການ​ປະຊຸມ​ດ່ວນ ຍ້ອນ​ສະພາບ​ການ​ປະ​ທະ​ກັນ​
ເພີ່ມ​ຂຶ້ນ​ລະຫວ່າງ​ທະຫານ ແລະ ກຸ່ມ​ກະບົດ M23.

     ກ່ອນ​ໜ້າ​ນັ້ນ, ຂ່າວ​ໃນ​ ວັນ​ທີ 25 ມັງກອນ ຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ໄດ້​ໃຫ້​ຮູ້​ວ່າ: ມີ​ທະຫານ​ຕ່າງປະເທດ 13 ຄົນ ທີ່​ຮັບ​ໃຊ້​
ໃນ​ບັນດາ​ກຳລັງ​ຮັກສາ​ສັນຕິພາບ ໄດ້​ເສຍ​ຊີວິດ ໃນ​ການ​ປະ​ທະ​ກັນ​ຄັ້ງ​ຕ່າງໆ ໃນ​ໄລຍະ​ມໍ່ໆມານີ້. ກຸ່ມ​ກະບົດ M23 ພວມ​ພະຍາຍາມ​
ມຸ່ງ​ໜ້າ​ໄປ​ເຂດ ໂກ​ມາ (Goma), ນະຄອນ​ ຫຼັກ​ຢູ່​ພາກ​ຕາເວັນ​ອອກ​ທີ່​ມີ​ຊັບພະຍາກອນ​ທຳ​ມະ​ຊາດ ແຮ່​ທາດ​ຫຼາຍ​ທີ່​ສຸດ​ຂອງ ສ ກົງ​
ໂກ ແລະ ເປັນ​ເຂດ​ທີ່​ມີ​ປະຊາຊົນ​ອາໄສ​ຢູ່​ຫຼາຍ​ກວ່າ 1 ລ້ານ​ຄົນ.

     ໃນ​ວັນ​ທີ 25 ມັງກອນ ຜ່ານ​ມາ, ໂຄສົກ​ຂອງ​ກອງທັບ ສາທາລະນະ​ລັດ ປະຊາທິປະໄຕ ກົງ​ໂກ ໄດ້​ກ່າວ​ວ່າ “ ຣໍ​ວັນ​ດາ ໄດ້​ຕັດສິນ​
ໃຈ​ຍືດ​ຄອງ​ນະຄອນ ໂກ​ມາ ”. ກ່ອນ​ໜ້າ​ນັ້ນ, ສ ກົງ​ໂກ ໄດ້​ປະກາດ​ຕັດ​ການ​ພົວພັນ​ທາງ​ການ​ທູດ​ກັບ ຣໍ​ວັນ​ດາ.

ແຫຼ່ງທີ່ມາ: ຂກທ
ວັນທີ 30/01/2025