ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ ອາເມຣິກາ-ມາ​ເລ​ເຊຍ ລົງ​ນາມ ​ຂໍ້​ຕົກລົງ ການ​ຄ້າ​ແຮ່​ທາດ

     ​ ສຳນັກ​ຂ່າວ ຫວຽດນາມ ລາຍ​ງານ​ ວັນ​ທີ 28 ຕຸລາ​ວ່າ: ສະຫະລັດ ອາ​ເມ​ຣິ​ກາ ແລະ ມາ​ເລ​ເຊຍ ໄດ້​ລົງ​ນາມ ຂໍ້​ຕົກລົງ ການ​ຄ້າຄັ້ງ​ສຳຄັນ
ເຊິ່ງ​ເປັນ​ການເປີດ​ທາງ ໃຫ້​ສະຫະລັດ ອາ​ເມ​ຣິ​ກາ ສາມາດ​ເຂົ້າ​ເຖິງແຫຼ່ງ​ແຮ່​ຫາ​ຍາກ ຂອງ ມາ​ເລ​ເຊຍ ໄດ້​ຫຼາຍ​ຂຶ້ນ. ສ່ວນ​ມາ​ເລ​ເຊຍ ໄດ້​ໃຫ້​ຄຳ
​ໝັ້ນ​ສັນຍາບໍ່​ຈຳກັດການ​ສົ່ງ​ອອກ ແຮ່​ທາດ​ສຳຄັນ ເພື່ອ​ແລກ​ກັບການ​ຮັບຮອງການ​ເກັບ​ພາສີ 19% ຈາກ ສະຫະລັດ ອາ​ເມ​ຣິ​ກາ.

     ທ່ານ ໂດ​ນັນ ທຣຳ ປະທານາ ທິບໍດີ ສ.ອາເມຣິກາ ແລະ ທ່ານ ອັນ​ວາ​​ຣ ອີ​ບຣາ​ຮີມ ນາຍົກລັດຖະມົນຕີ ມາ​ເລ​ເຊຍ ໄດ້​ລົງ​ນາມຂໍ້​ຕົກລົງ
ດ້ານ​ການ​ຄ້າໃນ​ລະຫວ່າງກອງ​ປະຊຸມສະມາຄົມປະຊາ​ຊາດ ແຫ່ງ​ອາຊີ​ຕາເວັນ​ອອກສ່ຽງ​ໃຕ້ (ອາ​ຊຽນ) ຢູ່​ນະຄອນຫຼວງ ກວາ​ລາ​ລຳ​ເປີ ເພື່ອ​​ຊ່ວຍ
ເພີ່ມ​ໂອກາດ ໃຫ້​ແກ່ ສະຫະລັດ ອາ​ເມ​ຣິ​ກາ ໃນ​ການ ເຂົ້າ​ເຖິງ​ແຫຼ່ງ​ແຮ່​ຫາ​ຍາກ ຢູ່​ໃນ​ມາ​ເລ​ເຊຍ. ນອກ​ນັ້ນ, ມາ​ເລ​ເຊຍ ຍັງ​ໃຫ້​ຄຳ​ໝັ້ນສັນຍາ​
ວ່າ ຈະ​ເວັ້ນ​ການ​ຫ້າມ ຫຼື ກຳນົດ ໂກ​ຕ້າ ໃນ​ການສົ່ງ​ອອກແຮ່​ທາດ​ສຳຄັນໄປ​ຍັງ ສະຫະລັດ ອາ​ເມ​ຣິ​ກາ.

     ຂະນະ​ທີ່ ສະຫະລັດ ອາ​ເມ​ຣິ​ກາ ຈະ​ຕົກລົງ ຮັບຮອງເອົາການ​ເກັບ​ພາສີ ຕ່າງ​ຕອບ​ແທນໃນ​ອັດຕາ 19% ສຳລັບສິນຄ້າມາ​ເລ​ເຊຍ ຢ່າງ​ເປັນ​
ທາງ​ການ.

ແຫຼ່ງທີ່ມາ: ຂກທ
ວັນທີ 29/10/2025