ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ປະກາດ​ແຜນ​ຫຼຸດ​ການ​ປ່ອຍ​ແກັສ​ ເຮືອນ​ແກ້ວ 7-10% ໃນ​ປີ 2035

     ​ວັນ​ທີ 25 ກັນຍາ 2025 ທ່ານ ສີ​ ຈິ້ນ​ຜິງ ຜູ້ນຳ​ປະທານ​ປະເທດ ຈີນ ເປີດເຜີຍ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ດ້ານ​ສະພາບ​ອາກາດ
ເຊິ່ງ​ຈັດ​ໂດຍ ທ່ານ ອັນໂຕ​ນິ​ໂອ ກູ​ແຕ​ເຣ​​ສ ເລຂາທິການ​ສະຫະ​ປະຊາ​ຊາດ (UN) ໃນ​ວັນ​ທີ 24 ກັນຍາຜ່ານ​ມາວ່າ: ພາຍ​ໃນ​ປີ 2035 ຈີນ
ມີ​ແຜນ​ຈະ​ຫຼຸດ​ການ​ປ່ອຍ​ແກັສ​ເຮືອນ​ແກ້ວ​ລົງ 7-10% ຈາກ​ລະດັບ​ສູງ​ສຸດ ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ດ້ານ​ສະພາບ​ອາກາດ COP30 ຢູ່​ປະ
ເທດ​ບຣາ​ຊິນ​ໃນ​ເດືອນ​ພະຈິກ. ພ້ອມ​ເຕືອນບາງ​ປະເທດທີ່​ເຄື່ອນ​ໄຫວ​ຕໍ່ຕ້ານ​ການ​ປ່ຽນຜ່ານ​ພະລັງງານ​ສະອາດ​ລະດັບ​ໂລກ. ທ່ານ ສີ ​ຈິ້ນ​ຜິງ
ກ່າວອີ​ກວ່າ: ພາຍ​ໃນ 10 ປີ ຈີນ ​ມີ​ແຜນ​ຈະ​ເພີ່ມ​ກຳລັງ​ການ​ຜະລິດ​ພະລັງງານ ແລະ ແສງ​ຕາເວັນ​ຂຶ້ນ​ອີກ 6 ເທົ່າຈາກ​ລະດັບ​ໃນ​ປີ 2020
ລວມ​ທັງ​ເພີ່ມ​ອັດຕາ​ການ​ຊົມໃຊ້​ເຊື້ອ​ໄຟ​ທີ່​ບໍ່​ແມ່ນ​ຟໍ​ຊິວ​ໃນ​ປະເທດ​ຂຶ້ນ​ອີກ​ກວ່າ 30%. ຂະນະ​ດຽວ​ກັນ, ທ່ານ​ໄດ້​ຮຽກຮ້ອງ​ບັນດາ​ປະເທດ
​ພັດທະນາ​ແລ້ວ​ໃຫ້​ກ້າວ​ຂຶ້ນ​ມາ​ເປັນ​ຜູ້ນຳ​ໃນ​ການ​ດຳເນີນ​ງານ​ດ້ານ​ສະພາບ​ອາກາດ​ຢ່າງ​ແຂງແຮງ. ທັງ​ນີ້, ປະທານາທິບໍດີ ໂດນັນ ທຣຳ ອາ​ເມ​
ຣິ​ກາ ກ່າວ​ສູນທອນ​ພົດ ​ເພື່ອ​ໂຈມ​ຕີ​ການ​ປ່ຽນແປງ​ສະພາບ​ອາກາດ​ວ່າ​ເປັນ “ເລື່ອງ​ຂີ້​ຕົວະ” ຕໍ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ແຫ່ງ​ສະຫະ​ປະຊາ​
ຊາດ ແລະ ວິພາກ​ວິຈານ​ປະເທດ​ສະມາຊິກ EU ແລະ ຈີນ​ ທີ່​ນຳ​ເອົາ​ເຕັກ​ໂນໂລຊີ​ພະລັງງານ​ໝູນວຽນ​ມາ​ໃຊ້.

     ທ່ານ ໂດ​ນັນ​ທຣຳ ສັ່ງ​ໃຫ້​ອາ​ເມ​ຣິ​ກາ​ຖອນ​ຕົວ​ຈາກ​ຂໍ້​ຕົກລົງ​ປາ​ຣີ ວ່າ​ດ້ວຍ​ສະພາບ​ອາກາດ​ທີ່​ມີ​ມາ​ຍາວ​ນານ​ເປັນ​ຄັ້ງ​ທີ 2 ເຊິ່ງ​ເປັນ​ຂໍ້​ຕົກ
ລົງ​ທີ່​ມີ​ເປົ້າ​ໝາຍ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ອຸນຫະພູມ​ໂລກ​ເພີ່ມ​ຂຶ້ນ​ເກີນ 1,5 ອົງສາ ຜ່ານ​ແຜນ​ສະພາບ​ອາກາດ​ແຫ່ງ​ຊາດ ໂດຍ​ອາ​ເມ​ຣິ​ກາ​ເປັນ​ປະ
ເທດ​ທີ່​ປ່ອຍ​ແກັສ​ ເຮືອນ​ແກ້ວ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ໃນ​ອະດີດ ແລະ ເປັນ​ອັນ​ດັບ​ສອງ​ຂອງ​ໂລກ​ໃນ​ປັດຈຸບັນ.

ແຫຼ່ງທີ່ມາ: ຂກທ
ວັນທີ 29/09/2025