
ອິດສະຣາແອນ ປະກາດ ຈະສືບຕໍ່ດຳເນີນການເຄື່ອນໄຫວທາງການທະຫານຢູ່ ລີບັງ
ວັນທີ 24 ມິຖຸນາ ນີ້, ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນ, ທ່ານ ອິສຣາເອວ ແຄດ ລັດຖະມົນຕີ
ກະຊວງປ້ອງກັນປະເທດອິດສະຣາແອນ ແລະ ທ່ານ ອີຢານ ຊາມີ ເສນາທິການ ໃຫຍ່ກອງທະຫານປ້ອງກັນປະເທດອິດສະຣາແອນ
ໄດ້ອອກຖະແຫຼງການຮ່ວມສະບັບໜຶ່ງ ໂດຍໄດ້ເນັ້ນຢ້ຳອີກເທື່ອໜຶ່ງວ່າ: ກອງທັບອິດສະຣາແອນ ຈະສືບຕໍ່ດຳເນີນການເຄື່ອນໄຫວທາງ
ການທະຫານຢູ່ພາກໃຕ້ຂອງລີບັງ ເພື່ອຮັບມືກັບ “ໄພຂົ່ມຂູ່ດ້ານ ຄວາມໝັ້ນຄົງ”, ພ້ອມທັງຮັກສາ “ເຂດປອດໄພ” ທີ່ຝ່າຍອິດສະຣາ
ແອນຄວບຄຸມຢູ່ພາກໃຕ້ຂອງລີບັງ.
ສຳນັກງານນາຍົກລັດຖະມົນຕີອິດສະຣາແອນ ຍັງໄດ້ອອກຖະແຫຼງການວ່າ: ການນຳ 3 ທ່ານດັ່ງກ່າວ ແລະ ຜູ້ບັນຊາການຂອງກອງ
ບັນຊາການພາກເໜືອ ຂອງກອງທັບອິດສະຣາແອນ ໄດ້ຈັດກອງປະຊຸມ ເພື່ອປະເມີນສະຖານະການຄວາມໝັ້ນຄົງຢູ່ແນວຮົບພາກເໜືອ
ປະເທດຕົນ, ກອງທັບອິດສະຣາແອນ ຈະສືບຕໍ່ໃຊ້ການ ເຄື່ອນໄຫວຢ່າງໝັ້ນໜຽວ ແລະ ບໍ່ປ່ຽນແປງ ເພື່ອມ້າງທຳລາຍພື້ນຖານໂຄງລ່າງ
ທາງການທະ ຫານທີ່ກ່ຽວຂ້ອງ ແລະ ກຳຈັດໄພຂົ່ມຂູ່.
ແຫຼ່ງທີ່ມາ: ຂກທ
ວັນທີ 29/06/2026