
ເອີຣົບ ປະກາດຄ່ອຍຫຼຸດ ການນຳເຂົ້າແກັສ ຈາກ ຣັດເຊຍ ຖາວອນໃນທ້າຍປີ 2027

ວັນທີ 28 ມັງກອນ ນີ້ ຄະນະມົນຕີ ແຫ່ງສະຫະພາບ ເອີຣົບ (Council of the EU) ໄດ້ມີມະຕິ ອະນຸມັດຂັ້ນສຸດທ້າຍ ໃຫ້ຢຸດຕິການ
ນຳເຂົ້າແກັສ ທຳມະຊາດ ຈາກຣັດເຊຍ ທັງແບບຜ່ານທໍ່ສົ່ງ ແລະ ແກັສທຳມະຊາດແຫຼວ (LNG), ໂດຍມາດຕະການສຳລັບແກັສທຳມະຊາດ
ແຫຼວ ຈະມີຜົນບັງຄັບໃຊ້ຢ່າງສົມບູນ ນັບຕັ້ງແຕ່ເດືອນ ມັງກອນ ປີ 2027 ແລະ ແກັສຜ່ານທໍ່ສົ່ງ ຕັ້ງແຕ່ລະດູໃບໄມ້ຫຼົ່ນ ປີດຽວກັນ. ຖະແຫຼງ
ການ ລະບຸວ່າ: ກົດລະບຽບນີ້ ຈະມີຜົນຢ່າງເປັນທາງການໃນ 1 ວັນ ຫຼັງຈາກ ຕີພີມລົງໃນວາລະສານທາງການ ຂອງ ອີຢູ (Official Journal)
ໂດຍຂໍ້ບັງຄັບຫ້າມນຳເຂົ້າ ຈະມີຜົນໃນທາງປະຕິບັດ 6 ອາທິດ ຫຼັງຈາກນັ້ນ. ຢ່າງໃດກໍຕາມ ສຳລັບສັນຍາການຊື້ຂາຍທີ່ມີຢູ່ເກົ່າແລ້ວນັ້ນ ຈະໄດ້
ຮັບການຫຼຸດຜ່ອນ ໃນໄລຍະປ່ຽນຜ່ານ ເພື່ອໃຫ້ຄູ່ສັນຍາ ສາມາດ ດຳເນີນການຄ່ອຍໆຢຸດຕິສັນຍາໄດ້. ທັງນີ້ ເພື່ອປ້ອງກັນການຫຼົບຫຼີກ ມາດຕະ
ການຂວ້ຳບາດ ໜ່ວຍງານກຳກັບ ດູແລ ຂອງແຕ່ລະປະເທດສະມາຊິກ ຈະຕ້ອງກວດກາແຫຼ່ງກຳເນີດແກັສ ຢ່າງເຂັ້ມງວດກ່ອນອະນຸຍາດໃຫ້ນຳ
ເຂົ້າສູ່ ເອີຣົບ.
ແຫຼ່ງທີ່ມາ: ຂກທ
ວັນທີ 29/01/2026