ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣາ​ແອນ ສືບຕໍ່​ບຸກ​ໂຈມ​ຕີ​ທາງ​ອາກາດ​ເຂົ້າ​ກາ​ຊາ ໃນ​ທ່າມກາງ​ການ​ປະກາດ​ຂໍ້​ຕົກລົງ​ຢຸດ​ຍິງ

     ​ວັນ​ທີ 21 ຕຸລາ 2025 ກຳລັງ​ປ້ອງ​ກັນ​ຕົວ​ອິດ​ສະ​ຣາ​ແອນ (IDF) ປະກາດ​ວ່າ: ຍົນ​ບໍ່​ມີ​ຄົນ​ຂັບ​ຂອງ​ກອງທັບ​ປະເທດ ໄດ້​ເຂັ່ນຂ້າ​ຊາວ
ປາ​ແລັດ​ສະ​ຕິນ ຈຳນວນ​ໜຶ່ງ ທີ່​ຖືກ​ກ່າວ​ຫາ​ວ່າ​ແມ່ນ​ຜູ້​ກໍ່​ການ​ຮ້າຍ​ຢູ່​ເມືອງ Shejaiya ຂຶ້ນ​ກັບ​ເຂດ​ຕາເວັນ​ອອກ​ນະຄອນ​ກາ​ຊາ, ທາງ​ທິດ​
ເໜືອ​​ຂອບ​ເຂດ​ກາ​ຊາ. ໃນ​ວັນ​ດຽວ​ກັນ, IDF ກໍ່​ປະກາດ​ວ່າ: ກອງທັບ​ອິດ​ສະ​ຣາ​ແອນ ໄດ້​ບຸກ​ໂຈມ​ຕີ ແລະ​ເຂັ່ນຂ້າ​ພາກສ່ວນ​ກໍ່​ການ​ຮ້າຍ​ຈຳ
ນວນ​ໜຶ່ງ​ຢູ່​ນະຄອນ Khan Younis, ທາງ​ທິດໃຕ້​ເຂດ​ກາ​ຊາ. ໄລ່​ລວມ​ໃນ 2 ວັນ​ຜ່ານ​ມາ, ການ​ບຸກ​ໂຈມ​ຕີ​ຄັ້ງ​ຕ່າງໆ​ຂອງ​ກອງທັບ​ອິດ​ສະ​
ຣາ​ແອນ ຢູ່​ເຂດ​ກາ​ຊາ ໄດ້​ເຮັດ​ໃຫ້​ມີ 50 ຄົນ​ເສຍ​ຊີວິດ. ໃນ​ວັນ​ດຽວ​ກັນ, ກອງທັບ​ອິດ​ສະ​ຣາ​ແອນ ກໍ​ໄດ້​ບຸກ​ໂຈມ​ຕີ​ເຂົ້າ​ປະເທດ​ບ້ານ​ໃກ້​
ເຮືອນ​ຄຽງ​ລີ​ບັງ ດ້ວຍ​ເປົ້າ​ໝາຍ​ເລັ່ງ​ໃສ່​ໂຄງ​ປະກອບ​ການ​ທະຫານ​ຂອງ​ຂະ​ບວນ​ການ ຮິ​​ສບອລ​ເບາະ ຢູ່​ເຂດ Nabatieh, ທາງ​ທິດໃຕ້​ຂອງ​ລີ​
ບັງ. ແຈ້ງ​ການ​ຂອງ IDF ຊີ້​ແຈ້ງວ່າ: ກຸ່ມ ຮິ​​ສບອລ​ເລາະ ພວມ​ສືບຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ສ້າງ​ພື້ນຖານ​ໂຄງ​ລ່າງ​ການ​ທະຫານ​ຄືນ
ໃໝ່​ໃນ​ທົ່ວ​ປະເທດ​ລີ​ບັງ ເຊິ່ງ​ໄດ້​ລະເມີດ​ຄຳ​ສັ່ງ​ຢຸດ​ຍິງ​ລະຫວ່າງ ອິດ​ສະ​ຣາ​ແອນ ແລະ ລີ​ບັງ ທີ່​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ເດືອນ​ພະຈິກ ປີ 2024
ຢ່າງ​ຮ້າຍ​ແຮງ.

ແຫຼ່ງທີ່ມາ: ຂກທ
ວັນທີ 27/10/2025