
ສະຫາຍ ໂຕ ເລິມ ສືບຕໍ່ດຳລົງຕຳແໜ່ງເລຂາທິການໃຫຍ່ ຄະນະບໍລິຫານງານ
ສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ
ຕາມການລາຍງານຂ່າວຂອງ VOVWORLD ໃຫ້ຮູ້ວ່າ: ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ໄດ້ເຫັນດີເປັນເອກະ
ພາບເລືອກຕັ້ງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ສືບຕໍ່ດຳລົງຕຳແໜ່ງເລຂາທິການ
ໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIV. ຕອນເຊົ້າວັນທີ 23 ມັງກອນ ຢູ່ສຳນັກງານສູນກາງພັກ ຄະນະບໍລິຫານງານສູນ
ກາງພັກກອມມູນິດຫວຽດນາມ ສະໄໝທີ XIV ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກ ເພື່ອຕັດສິນໃຈບັນດາບັນຫາສຳຄັນພິເສດສ້າງ
ຂີດໝາຍເລີ່ມຕົ້ນສະໄໝໃໝ່.
ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ໄດ້ມີບົດກ່າວຄຳເຫັນໄຂກອງປະຊຸມ ແລະ
ຕາງໜ້າຄະນະປະທານກອງປະຊຸມ ບໍລິຫານໂຄງການຂອງກອງປະຊຸມ. ບົນພື້ນຖານປະຕິບັດຢ່າງເຂັ້ມງວດກົດລະບຽບຂອງພັກ ຂໍ້ກຳ
ນົດການເຮັດວຽກ ຂໍ້ກຳນົດການເລືອກຕັ້ງ ແລະ ບັນດາເນື້ອໃນທີ່ກ່ຽວຂ້ອງ ເສີມຂະຫຍາຍຈິດໃຈສາມັກຄີ ແລະ ຄວາມຮັບຜິດຊອບ
ຢູ່ລະດັບສູງສຸດປະຕິບັດຫຼັກການ ລວມສູນປະຊາ ທິປະໄຕໃຫ້ເປັນຢ່າງດີ ກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິ ຫານງານສູນກາງ
ພັກ ສະໄໝທີ XIV ໄດ້ປະຕິບັດສຳເລັດບັນດາເນື້ອໃນສຳຄັນພິເສດຄື: ເລືອກຕັ້ງກົມການເມືອງ ເລຂາທິການໃຫຍ່ ຄະນະເລຂາທິການ
ຮັບຟັງບົດລາຍງານກ່ຽວກັບບັນດາໂຄງຮ່າງຕຳແໜ່ງການນຳຫຼັກແຫຼ່ງຂອງພັກ ລັດ ແລະ ປະກອບຄຳເຫັນກ່ຽວກັບບຸກຄະລາກອນດຳລົງ
ຕຳແໜ່ງຜູ້ປະຈຳການຄະນະເລຂາທິການ ຄະນະກວດກາສູນກາງ ປະທານຄະນະກວດ ກາສູນກາງ. ຄະນະບໍລິຫານງານສູນກາງພັກ ສະ
ໄໝທີ XIV ໄດ້ເຫັນດີເປັນເອກະພາບເລືອກຕັ້ງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII
ສືບຕໍ່ດຳລົງຕຳແໜ່ງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV.
ແຫຼ່ງທີ່ມາ: ຂກທ
ວັນທີ 27/01/2026