
ກຳມະການສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ຈຳນວນ 200 ສະຫາຍ

ຕອນບ່າຍ ວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ປະກາດໝາກ
ຜົນ ແລະ ຮັບຮອງເອົາລາຍຊື່ບັນດາກຳມະການທີ່ໄດ້ຮັບການຄັດເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ລາຍຊື່ຄະນະ
ບໍລິຫານງານສູນກາງພັກ ສະໄໝທີ XIV ທີ່ໄດ້ປະກາດໃນຕອນຄ່ຳວັນທີ 22 ມັງກອນ, ລວມມີກຳມະການ 200 ສະຫາຍ, ໃນນັ້ນ ມີກຳ
ມະການສົມບູນ 180 ສະຫາຍ ແລະ ກຳມະການສຳຮອງ 20 ສະຫາຍ.
ຈຳນວນກຳມະການສູນກາງພັກ ໄດ້ຮັກສາໄວ້ຄືເກົ່າເມື່ອທຽບໃສ່ກອງປະຊຸມໃຫຍ່ ສະໄໝທີ XIII ຂອງພັກ. ໃນຈຳນວນກຳມະການສົມ
ບູນ 180 ສະຫາຍ ທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້, ຂັ້ນບັນດາອົງການສູນກາງມີ 123 ສະຫາຍ, ຂັ້ນທ້ອງຖິ່ນມີ 57 ສະຫາຍ. ໃນຈຳນວນບັນ
ດາສະຫາຍຢູ່ອົງການສູນກາງທີ່ຖືກເລືອກຕັ້ງມີ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ; ທ່ານ
ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ; ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ; ທ່ານ ເລມິງຮືງ ຫົວໜ້າຄະນະຈັດຕັ້ງ
ສູນກາງ; ທ່ານ ເຈິ່ນຊີ້ແທັງ ຫົວໜ້າຄະນະກວດກາສູນກາງ; ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ; ທ່ານ ຟານວັນຢາງ ລັດຖະມົນ
ຕີກະຊວງປ້ອງກັນປະເທດ; ທ່ານ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດ; ທ່ານນາງ ດ່າວຮົ່ງລານ ລັດຖະມົນຕີກະຊວງສາທາລະນະສຸກ;
ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ; ທ່ານ ໂດ້ຕຽນຊີ້ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ.
ແຫຼ່ງທີ່ມາ: ຂກທ
ວັນທີ 26/01/2026