ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຢູເອັນ ເຕືອນ​ ໂລກ​ກຳລັງ​ປະ​ເຊີນ​ກັບ​ວິ​ກິດ​ການ​ອຶດຫິວ ​ເພີ່ມ​ຂຶ້ນ

     ​ວັນ​ທີ 23 ມີນາ ອົງການ​ມະນຸດສະທຳ​ຂອງ​ສະຫະ​ປະຊາ​ຊາດ (UN) ໄດ້​ເຕືອນວ່າ, ຈຳນວນ​ປະຊາກອນ​ທົ່ວ​ໂລກ​ທີ່​ປະ​ເຊີນ​ກັບ​
ຄວາມ​ອຶດຫິວ​ຢ່າງ​ຮຸນ​ແຮງ​ ອາດ​ຈະ​ເພີ່ມ​ຂຶ້ນ​ອີກ​ຫຼາຍ​ສິບ​ລ້ານ​ຄົນ ທ່າມກາງ​ຄວາມ​ພະຍາຍາມ​ຮຽກຮ້ອງ​ໃຫ້​ມີ​ການ​ແກ້​ໄຂ​ທາງ​ການ​ທູດ
​ຕໍ່​ສະຖານະ​ການ​ໃນ​ຕາເວັນ​ອອກ​ກາງ.

     ໂຄງການ​ອາຫານ​ໂລກ (WFP) ຄາດ​ຄະເນ​ວ່າ: ຈຳນວນ​ປະຊາກອນ​ທີ່​ປະ​ເຊີນ​ກັບ​ການ​ຂາດແຄນ​ອາຫານ​ຢ່າງ​ຮຸນ​ແຮງ​ໃນ​ທົ່ວ​ໂລກ​
ອາດ​ຈະ​ບັນລຸ​ລະດັບ​ສູງ​ສຸດ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ ປີ 2026, ຖ້າ​ຫາກ​ຂໍ້​ຂັດ​ແຍ່ງ​ໃນ​ຕາເວັນ​ອອກ​ກາງ​ຍັງ​ສືບຕໍ່​ເພີ່ມ​ຂຶ້ນ ແລະ ສົ່ງ​ຜົນ
​ກະທົບ​ຕໍ່​ສະຖຽນ​ລະ​ພາບ​ທາງ​ເສດຖະກິດ​ທົ່ວ​ໂລກ. ທ່ານ ຟາ​ຮານ ຮັກ ຮອງ​ໂຄສົກ​ເລຂາທິການ​ໃຫຍ່ UN ກ່າວ​ວ່າ: ການ​ວິເຄາະ​ຫຼ້າ​
ສຸດ​ຂອງ WFP ຄາດ​ຄະເນ​ ວ່າ, ຈະ​ມີ​ປະຊາກອນ​ເກືອບ 45 ລ້ານ​ຄົນ ​ທີ່​ອາດ​ຈະ​ຕົກ​ຢູ່​ໃນ​ສະພາບ​ບໍ່​ໝັ້ນຄົງ​ດ້ານ​ອາຫານ​ຂັ້ນ​ຮຸນ​ແຮງຖ້າ​
ຫາກ​ຂໍ້​ຂັດ​ແຍ່ງ​ບໍ່​ສິ້ນ​ສຸດ​ລົງ​ພາຍ​ໃນ​ກາງ​ປີ ແລະ ລາຄາ​ນ້ຳມັນ​ຍັງ​ຄົງ​ສູງ​ກວ່າ 100 ໂດ​ລາ​ຕໍ່​ຖັງ. ອົງການ​ມະນຸດສະທຳ​ຍັງ​ໄດ້​ເຕືອນ​ວ່າ: ການ
​ປິດ​ລ້ອມ​ຊ່ອງ​ແຄບ​ຮໍ​ມູດ ຈະ​ບໍ່​ພຽງ​ແຕ່​ສົ່ງ​ຜົນ​ກະທົບ​ຕໍ່​ການ​ຂົນສົ່ງ​ນ້ຳມັນ​ເທົ່າ​ນັ້ນ, ແຕ່​ຍັງ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ຂົນສົ່ງ​ປຸ໋ຍ ຊຶ່ງ​ເປັນປັດ​ໄຈ​ທີ່​
ສຳຄັນ​ຂອງ​ການ​ຜະລິດ​ອາຫານ​ອີກ​ດ້ວຍ. ຫ້ອງການ​ປະສານ​ງານ​ດ້ານ​ມະນຸດສະທຳ​ຂອງ​ສະຫະ​ປະຊາ​ຊາດ (OCHA) ລະບຸ​ວ່າ: UN ແລະ
ຄູ່​ຮ່ວມ​ງານ​ຍັງ​ສືບຕໍ່​ເພີ່ມ​ການ​ຊ່ວຍເຫຼືອ​ດ້ານ​ມະນຸດສະທຳ ລວມ​ທັງ​ອາຫານ, ທີ່​ພັກ​ອາໄສ, ນ້ຳ​ສະອາດ ແລະ ການ​ບໍລິການ​ທາງ​ການ​ແພດ
ໃຫ້​ແກ່​ຄອບຄົວ​ທີ່​ຕ້ອງ​ອົບ​ພະ​ຍົບ. ໃນ​ປະເທດ​ລີ​ບັງ, ອົງການ​ສະຫະ​ປະຊາ​ຊາດ ລວມ​ມີ​ໂຄງການ​ອາຫານ​ໂລກ (WFP), ສຳນັກງານ​ຂ້າ
​ຫຼວງ​ໃຫຍ່​ສະຫະ​ປະຊາ​ຊາດ​ເພື່ອ​ຊາວ​ອົບ​ພະ​ຍົບ (UNHCR) ແລະ ກອງ​ທຶນ​ເດັກ​ສະຫະ​ປະຊາ​ຊາດ (UNICEF), ພ້ອມ​ກັບ​ຄູ່​ຮ່ວມ​ງານ
ໄດ້​ແຈກ​ຢາຍ​ອາຫານ​ປຸງ​ແຕ່ງ​ແລ້ວ​ຫຼາຍ​ກວ່າ 1.1 ລ້ານ​ຊຸດ, ລວມ​ທັງ​ເຄື່ອງໃຊ້​ທີ່​ຈຳເປັນ​ຫຼາຍ​ສິບ​ພັນ​ຊຸດ ແລະ ເຄື່ອງ​ນອນ​ໃຫ້​ແກ່​ທີ່​ພັກ​ອາໄສ​
ຊຸມ​ຊົນ, ພ້ອມ​ທັງ​ຈັດ​ສົ່ງ​ນ້ຳ​ສະອາດ​ຫຼາຍ​ແສນລິດ. OCHA ລາຍ​ງານ​ວ່າ: ປັດຈຸບັນ, ມີ​ປະຊາຊົນ​ຫຼາຍ​ກວ່າ 1 ລ້ານ​ຄົນ​ໄດ້​ລົງທະບຽນ​ເປັນ​
ຜູ້​ອົບ​ພະ​ຍົບ​ແລ້ວ ຊຶ່ງ​ໃນ​ຈຳນວນ​ນີ້​ເກືອບ 300.000 ຄົນ ເປັນ​ເດັກນ້ອຍ, ໂດຍ​ມີ​ພຽງ​ສ່ວນ​ໜ້ອຍ​ເທົ່າ​ນັ້ນ​ທີ່​ອາໄສ​ຢູ່​ໃນ​ທີ່​ພັກ​ອາໄສ​ຂອງ​ລັດ.

     ໃນ​ປະ​ເທດ​​ອີ​ຣ່ານ, ພະນັກງານ​ສາທາລະນະ​ສຸກ ແລະ ສະຖານທີ່​ປິ່ນປົວ​ທາງ​ການ​ແພດ​ຍັງ​ສືບຕໍ່​ໄດ້​ຮັບ​ຜົນ​ກະທົບ, ໂດຍ​ມີ​ລາຍ​ງານ​ວ່າ
​ມີ​ພະນັກງານ​ສາທາລະນະ​ສຸກ​ເສຍ​ຊີວິດ 17 ຄົນ, ໄດ້​ຮັບ​ບາດເຈັບ​ຫຼາຍ​ກວ່າ 100 ຄົນ ແລະ ສະຖານທີ່​ປິ່ນປົວ​ທາງ​ການ​ແພດ​ຫຼາຍ​ກວ່າ 240
ແຫ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ. ນອກຈາກ​ນັ້ນ, ເຮືອນ​ຫຼາຍ​ສິບ​ພັນ​ຫຼັງ ແລະ ສະຖານທີ່​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ນ້ຳ​ອີກ​ຫຼາຍ​ຮ້ອຍ​ແຫ່ງ​ໄດ້​ຮັບ​
ຄວາມ​ເສຍ​ຫາຍ.

ແຫຼ່ງທີ່ມາ: ຂກທ
ວັນທີ 24/03/2026