ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ແລະ ອາ​ເມ​ຣິ​ກາ ເຊັນ​ສັນຍາ​ຕົກລົງ​ຮ່ວມ​ມື​ຫຼາຍ​ສະບັບ

     ​ວັນ​ທີ 20 ກຸມພາ 2026 ນີ້​ ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ ດີ​ຊີ ສະຫະລັດ ​ອາ​ເມ​ຣິ​ກາ, ບັນດາ​ຄູ່​ຮ່ວມ​ມື ຫວຽດນາມ ແລະ
ອາ​ເມ​ຣິ​ກາ ໄດ້​ເຊັນ​​ສັນຍາ, ຂໍ້​ຕົກລົງ​ຮ່ວມ​ມືຫຼາຍ​ສະບັບ​​ໃນ​ບັນດາ​ຂົງເຂດ​ຈຸດ​ສຸມ ລວມ​ມູນ​ຄ່າ​ທັງ​ໝົດ​ເຖິງ 37,2 ຕື້​ໂດ​ລາ​ສະ
ຫະລັດ. ໂດຍ​ມີ​ທ່ານ ໂຕ​ເລິມ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດນາມ ແລະ ການ​ນຳ​ສອງ​
ປະເທດ​ເຂົ້າຮ່ວມ.

     ເອກະສານ​​ທີ່​ສອງ​ຝ່າຍ​ໄດ້​ແລກປ່ຽນ ແລະ ເຊັນ​ຮ່ວມກັນ ນັ້ນ ລວມ​ມີ​ບັນດາຂະແໜງການ ສຳຄັນ​ເປັນຕົ້ນແມ່ນ​ຂົງເຂດ
​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການ ຫັນ​ເປັນ​ດີ​ຈີ​ຕອນ, ການບິນ ແລະ ສາທາລະນະ​ສຸກ. ໃນ​ນີ້​ບໍລິສັດ​ໃຫຍ່​ການບິນ ຫວຽດນາມ
(Vietnam Airlines) ແລະ ກຸ່ມ​ບໍລິສັດ Boeing ລົງ​ນາມ​ໃນ​ສັນຍາ​ຊື້​ຂາຍ​ຍົນ Boeing 737 MAX ຈຳນວນ 50 ລຳ.
ບໍລິສັດ​ການບິນ Sun ຝຸ​ກວັກ Airways ແລະ ກຸ່ມ​ບໍລິສັດ Boeing ກໍ​ໄດ້​ລົງ​ນາມ​ໃນ​ສັນຍາ​ຊື້​ຂາຍ​ຍົນ Boeing 787-9
Dreamliner ຈຳນວນ 40 ລຳ. ໄປ​ຄຽງ​ຄູ່​ກັນ​ນັ້ນ, Vietjet ແລະ Pratt & Whitney ກໍ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ເຊັ່ນ​ດຽວ​ກັນ.

     ​ໃນ​ຂົງເຂດ​ສາທາລະນະ​ສຸກ, ໂຮງໝໍ​ຫຼາຍ​ຂະແໜງ ເຕິມ​ແອັງ ຫວຽດນາມ ແລະ ບໍລິສັດ Mevion Medical Systems
ໄດ້​ເຊັນ​ສັນຍາ​ຊື້​ຂາຍ​ລະບົບ ​ສ່ອງ ເອັກ​ຊະເລ ເພື່ອກວດຫາ​ພະຍາດ​ມະ​ເຮັງ ທີ່​ທັນ​ສະໄໝ​ທີ່​ສຸດ​ຢູ່ ອາ​ເມ​ຣິ​ກາ.

ແຫຼ່ງທີ່ມາ: ຂກທ
ວັນທີ 24/02/2026