
ລາຄານ້ຳມັນໂລກເພີ່ມຂຶ້ນ 5% ຫຼັງຈາກ ອິດສະຣາແອນ ໂຈມຕີບໍ່ນ້ຳມັນ ຊາວຟາ ຂອງອີຣານ

ສໍານັກຂ່າວຕ່າງປະເທດລາຍງານວ່າ ລາຄານ້ຳມັນໂລກເພີ່ມຂຶ້ນຫຼາຍກວ່າ 5% ຫຼັງຈາກການໂຈມຕີບໍ່ນ້ຳມັນ ຊາວ ຟາ ຂອງອີຣ່ານ.
ລາຄານ້ຳມັນດິບໄດ້ເພີ່ມຂຶ້ນ 5% ຄິດເປັນເງີນ 108,66 ໂດລາສະຫະລັດ ຕໍ່ບາເຣວ, ໃນຂະນະທີ່ ນ້ຳມັນດິບ ເວດເທັກຊັດ ອີນເຕີມິ
ເດຍ (WTI) ຂອງສະຫະລັດ ເພີ່ມຂຶ້ນ 2.5% ຄິດເປັນເງີນ 98.65 ໂດລາ ສະຫະລັດ ຕໍ່ບາເຣວ. ທ່າມກາງຄວາມກັງວົນວ່າການຂັດ
ແຍ້ງທີ່ຈະຍືດເຍື້ອອາດຈະເກີດຂຶ້ນ. ສື່ມວນຊົນຂອງອີຣານລາຍງານວ່າສະຖານທີ່ການຜະລິດອາຍແກັສທຳມະຊາດທີ່ເຊື່ອມຕໍ່ກັບບໍ່ນ້ຳ
ມັນນອກຝັ່ງທະເລ ຊາວຟາ, ບໍ່ນ້ຳມັນອາຍແກັສ ທີ່ໃຫຍ່ທີ່ສຸດໃນໂລກ ທີ່ຕັ້ງຢູ່ນອກຊາຍຝັ່ງທາງໃຕ້ຂອງອີຣານໃນແຂວງ ບູເຊີ ໄດ້ຖືກ
ໂຈມຕີ.
ຫຼັງຈາກນັ້ນບໍ່ດົນ, ກອງກຳລັງປ້ອງກັນການປະຕິວັດອິດສະລາມອີຣານ (IRGC) ໄດ້ຕອບໂຕ້ຄືນໂດຍໄດ້ໂຈມຕີພື້ນຖານໂຄງລ່າງ
ນ້ຳມັນ ແລະ ອາຍແກັສໃນກາຕາ, ຊາອຸດິອາຣາບີ ແລະ ສະຫະລັດ ອາຣັບ ເອມີເຣດເຊິ່ງຍີ່ເຮັດໃຫ້ເກີດການຢຸດສະງັກການຜະລິດພະ
ລັງງານໃນພາກພື້ນເພີ່ມຂຶ້ນຕື່ມອີກ.
ແຫຼ່ງທີ່ມາ: ຂກທ
ວັນທີ 23/03/2026