ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ເປັນເຈົ້າການ​ຜັນຂະຫຍາຍສັນຕິພາບ ສາກົນ

     ​ວັນ​ທີ 18-20 ກຸມພາ 2026 ນີ້, ທ່ານ ໂຕ ​ເລິມ ເລຂາທິການ​ໃຫຍ່ ພັກ​ກອມ​ມູ​ນິດ​ຫວຽດນາມ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ
ໄຂ​ສະພາ​ສັນຕິພາບ ເຂດ​ກາ​ຊາ ຢູ່​ນະຄອນ ຫຼວງ​ວໍ​ຊິງ​ຕັນ ຂອງ ສ.ອາ​ເມ​ຣິ​ກາ, ດ້ວຍ​ຖານະ​ເປັນ​ສະມາຊິກ​ກໍ່​ຕັ້ງ. ໃນ​ໂອກາດ​ດັ່ງກ່າວ,
ທ່ານ ຫງວ​​ຽນ​ ກວັກ​ ຢຸງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ​ສສ ຫວຽດນາມ ປະຈຳ ສ ອາ​ເມ​ຣິ​ກາ ໄດ້​​ຢັ້ງຢືນ​ວ່າ: ການ​
ປະຕິບັດ​ງານ ໄດ້​ສະແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ ຢ່າງ​ເຂັ້ມແຂງ​ຂອງ ຫວຽດນາມ  ສຳລັບ​ຄວາມ​ພະຍາຍາມ​ຕໍ່​ວຽກ​ງານ​ສັນຕິພາບ​ສາ
ກົນ. ທ່ານ ໂຕ​ ເລິມ ພ້ອມ​ກັບ​ບັນດາ​ສະມາຊິກ​ປະເທດ​ອື່ນໆ ຂອງ​ສະພາ​ຈະ​ໄດ້​ແລກປ່ຽນ, ກຳນົດ​ບັນດາ​ວຽກ​ງານ​ເຊິ່ງ​ສະພາ​ຈະ​ດຳ
ເນີນ ເພື່ອ​ແນໃສ່​ຜັນ​ຂະຫຍາຍ​ແຜນການ​ສັນຕິພາບ​ໃຫ້​ແກ່ ເຂດ​ກາ​ຊາ ຕາມ​ມະຕິ ສະບັບ​ເລກ​ທີ 2830 ຂອງ ສະພາ​ຄວາມ​ໝັ້ນຄົງ
ສປຊ. ການ​ເຂົ້າ​ຮ່ວມ ຂອງ​ການ​ນຳ​ສູງ​ສຸດ​ຂອງ ຫວຽດນາມ ໄດ້​ສະແດງ​ໃຫ້​ເຫັນ​ເຖີງ​ການ​ສະໜັບ ສະ​ໜູນ ແລະ ຄວາມ​ພ້ອມ​ເຂົ້າ​
ຮ່ວມ​ຂອງ​ຫວຽດນາມ ໃນ​ບັນດາ​ຄວາມ​ພະຍາຍາມ​ລວມ ຂອງປະຊາ​ຄົມ​ສາກົນ ເພື່ອ​ສັນຕິພາບ ແລະ ການ​ພັດທະນາ.

     ທ່ານ ຫງວ​​ຽນ​ ກວັກ​ ຢຸງ ກ່າວ​ຕື່ມ​ວ່າ: ຫວຽດນາມ ກາຍເປັນ​ສະມາຊິກ​ກໍ່​ຕັ້ງ​ຂອງ​ສະພາ​ສັນຕິພາບ ແມ່ນ​ນະໂຍບາຍ ສະເໝີ​
ຕົ້ນ​ສະເໝີ​ປາຍ​ໃນ​ແນວທາງ​ການ​ຕ່າງປະເທດ, ເຊື່ອມ​ໂຍງ​ປະຕິບັດ​ບັນດາ​ພາລະ​ກຳ​ລວມ. ການ​ປະຕິບັດ​ງານ​ໃນ​ຄັ້ງ​ນີ້, ຈະ​ເປັນ​ການ​ສືບ
ຕໍ່​ປັບປຸງ​ຄວາມ​ໄວ້​ເນື້ອ ເຊື່ອ​ໃຈ​ດ້ານ​ການເມືອງ, ເປີດ​ກວ້າງ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ແລະ ສ້າງ​ກຳລັງ​ໜູນ​ເພີ່ມ​ເຕີມ​ໃຫ້​ແກ່ ສາຍ​ພົວ
ພັນ ຫວຽດນາມ-ສ ອາ​ເມ​ຣິ​ກາ ໃນ​ໄລຍະ​ຈະ​ມາ​ເຖິງ.

ແຫຼ່ງທີ່ມາ: ຂກທ
ວັນທີ 23/02/2026