ທ່ານ ໂດນັລ ທຣຳ ສາບານຕົນຂຶ້ນດຳລົງຕຳແໜ່ງ ເປັນປະທານາທິບໍດີ ສະຫະລັດ ອາເມຣິກາ
ວິທະຍຸ-ໂທລະພາບສູນກາງ ສປ ຈີນ ລາຍງານໃຫ້ຮູ້ໃນ ວັນທີ 21 ມັງກອນ 2025 ນີ້ວ່າ: ວັນທີ 20 ມັງກອນ ຜ່ານມາ, ຕາມເວລາທ້ອງຖິ່ນ,
ໃນພິທີສາບານຕົນຂຶ້ນດຳລົງຕຳແໜ່ງທີ່ຈັດຂຶ້ນຢູ່ຫ້ອງໂຖງໃຫຍ່ຫໍລັດຖະສະພາທີ່ນະຄອນຫຼວງ ວໍຊິງຕັນ, ປະເທດ ສະຫະລັດອາເມຣິກາ, ທ່ານ ໂດນັລ
ທຣຳ ຜູ້ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອາເມຣິກາ ຈາກພັກລີພັບລິກັນ ໄດ້ສາບານຕົນຂຶ້ນດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມຣິກາ ຮອບທີ 2
ຄົນທີ 47.
ພາຍຫຼັງສຳເລັດພິທິສາບານຕົນ, ທ່ານ ໂດນັລ ທຣຳ ໄດ້ກ່າວປາຖະກະຖາປະກາດຍຸບລັດຖະດຳລັດຂອງລັດຖະບານທ່ານ ໂຈ ໄບເດັນ ເກືອບ 80
ສະບັບ, ໃນນັ້ນລວມທັງ ຖອນອາເມຣິກາອອກຈາກສັນຍາປາຣີ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ນອກນັ້ນ, ທ່ານ ໂດນັລ ທຣຳ
ໄດ້ປະກາດຈະລົງນາມໃນລັດຖະດຳລັດຕ່າງໆ ເຊິ່ງລວມທັງການປະກາດເຂດຊາຍແດນພາກໃຕ້ຂອງປະເທດເຂົ້າສູ່ພາວະສຸກເສີນ ພ້ອມທັງສົ່ງກຳລັງທະ
ຫານໄປຕໍ່ຕ້ານການກະທຳທີ່ເອີ້ນວ່າ “ ການເຂົ້າຮຸກຮານລັກສະນະ ໄພພິບັດ ” ຂອງຜູ້ອົບພະຍົບທີ່ຜິດກົດໝາຍ, ຍົກເລີກນະໂຍບາຍໃຫ້ສິດທິພິເສດຕໍ່
ລົດທີ່ໃຊ້ພະລັງງານໄຟຟ້າ ເພື່ອກອບກູ້ອຸດສາຫະກຳລົດຍົນດັ້ງເດີມຂອງອາເມຣິກາ, ສ້າງຕັ້ງອົງການພາສີຕໍ່ຕ່າງປະເທດ, ເພີ່ມພາສີຕໍ່ຜະລິດຕະພັນທີ່ນຳ
ເຂົ້າຈາກຕ່າງປະເທດ ແລະ ອື່ນໆ.
ນອກຈາກນີ້, ທ່ານ ໂດນັລ ທຣຳ ຍັງຢືນຢັນວ່າ: ຈະໃຫ້ອະໄພຍະໂທດຕໍ່ຜູ້ມີສ່ວນຮ່ວມໃນການກໍ່ເຫດຈະລາຈົນທີ່ຫໍລັດຖະສະພາໃນ ວັນທີ 6 ມັງ
ກອນ 2021. ໃນມື້ດຽວກັນ, ທ່ານ ເຈັມສ໌ ເດວິດ ວັນສ໌ ສາບານຕົນຂຶ້ນດຳ ລົງຕຳແໜ່ງເປັນຮອງປະທານາທິບໍດີ ສະຫະລັດອາເມຣິກາ.
ແຫຼ່ງທີ່ມາ: ຂກທ
ວັນທີ 23/01/2025