
ຈີນ-ແອັດສະປາຍ ເພີ່ມທະວີການແລກປ່ຽນ ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈເຊີ່ງກັນ ແລະ ກັນ

ສຳນັກຂ່າວ ຊິນຮວາ ລາຍງານໃນວັນທີ 18 ເມສາຜ່ານມາວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບ ທ່ານ ເປໂດຣ
ຊານເຊັດ ນາຍົກລັດຖະມົນ ຕີແອັດສະປາຍ ຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ກ່າວວ່າ: ຈີນ ແລະ ແອັດສະປາຍລ້ວນແຕ່ເປັນປະ
ເທດທີ່ມີຫຼັກການ ແລະ ຄວາມເປັນທຳ,ຈຶ່ງຄວນເພີ່ມທະວີການແລກປ່ຽນກັນ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈກັນ ແລະ ດຳເນີນການ
ຮ່ວມມືຢ່າງໃກ້ຊິດ ເພື່ອຄັດຄ້ານບໍ່ໃຫ້ໂລກກັບຄືນຍຸກກົດໝາຍເຖື່ອນ, ພ້ອມກັນປົກປັກຮັກສາລັດທິຫຼາຍຝ່າຍຢ່າງແທ້ຈິງ, ຮັກສາລະ
ບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງ ແລະ ລະບຽບສາກົນທີ່ຖືກົດໝາຍສາກົນເປັນພື້ນຖານ, ລວມທັງຊຸກຍູ້ການສ້າງ
ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ທ່ານເປໂດຣ ຊານເຊັດກ່າວວ່າ “ຊາວແອັດສະປາຍແມ່ນຊົນເຜົ່າທີ່ໄມຕີຈິດ, ເຕັມໄປດ້ວຍຄວາມສ້າງສັນ ແລະ ມີປະຫວັດສາດອັນ
ຍາວນານ, ເຊັ່ນດຽວກັບປະເທດຈີນ, ພວກເຮົາແມ່ນປະເທດທີ່ໝັ້ນທ່ຽງ ແລະຄາດຄະເນໄດ້, ເພາະພວກເຮົາຮູ້ດີວ່າມີພຽງແຕ່ມີຈິດໃຈ
ແນວນີ້ຈິ່ງຈະສາມາດສ້າງຄວາມຈະເລີນຮຸ່ງເຮືອງ ແລະ ສັນຕິພາບທີ່ຍືນຍົງໄດ້.”
ແຫຼ່ງທີ່ມາ: ຂກທ
ວັນທີ 22/04/2026